spot_img
Homeຂ່າວຕ່າງປະເທດWHO ຮອງຮັບວັກຊີນ “ໂຄວາຊີນ” ທີ່ຊ່ວຍປ້ອງກັນໂຄວິດ-19 ບໍ່ໃຫ້ເກີດມີອາການຮຸນແຮງ ຫຼື ເສຍຊີວິດ

WHO ຮອງຮັບວັກຊີນ “ໂຄວາຊີນ” ທີ່ຊ່ວຍປ້ອງກັນໂຄວິດ-19 ບໍ່ໃຫ້ເກີດມີອາການຮຸນແຮງ ຫຼື ເສຍຊີວິດ

Published on

ໃນວັນທີ 3 ພະຈິກ 2021 ທີ່ຜ່ານມາ ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ອົງການອະນາໄມໂລກ (WHO) ໄດ້ອະນຸຍາດໃຫ້ໃຊ້ວັກຊີນໂຄວາຊີນ ຂອງບໍລິສັດ ພາຣັດ ໄບໂອເທັກ ເປັນກໍລະນີສຸກເສີນ ໂດຍຄວາມກ້າວໜ້າໃນຄັ້ງນີ້ໄດ້ສ້າງຄວາມຍິນດີໃຫ້ກັບປະຊາຊົນຊາວອິນເດຍກວ່າຮ້ອຍລ້ານຄົນທີ່ໄດ້ຮັບວັກຊີນນີ້ ເຊິ່ງເປັນວັກຊີນໂຕທໍາອິດທີ່ຜະລິດພາຍໃນປະເທດ.

ການອະນຸມັດການໃຊ້ວັກຊີນໂຄວາຊີນ ມີຄວາມລ່າຊ້າ ເຮັດໃຫ້ຊາວອິນເດຍຫຼາຍພັນຄົນ ເຊິ່ງລວມໄປເຖິງນັກຮຽນນັກສຶກສາ, ຄົນເຮັດວຽກ ແລະ ຄອບຄົວ ຖືກແຍກອອກຈາກກັນ ແລະ ກໍມີອີກຫຼາຍລ້ານຄົນທີ່ລໍຖ້າໃຫ້ບັນດາປະເທດຕ່າງໆຍອມຮັບໃນການໃຊ້ວັກຊີນຊະນິດນີ້.

ກ່ອນທີ່ວັກຊີນ ໂຄວາຊີນ ໄດ້ຮັບການຮອງຮັບຈາກ WHO ຜູ້ທີ່ໄດ້ຮັບວັກຊີນຊະນິດນີ້ທີ່ວາງແຜນຈະເດີນທາງໄປຕ່າງປະເທດຈະຕ້ອງຖືກກັກໂຕເມື່ອເດີນທາງໄປຮອດຕ່າງປະເທດ ລວມເຖິງຕ້ອງມີຜົນກວດ RT-PCR ເປັນລົບ ຫຼື ຕ້ອງໄດ້ຮັບວັກຊີນຊະນິດອື່ນທີ່ປະເທດປາຍທາງກໍານົດ.

ໂດຍທົ່ວໄປແລ້ວ ວັກຊີນທີ່ WHO ອະນຸມັດໃຫ້ໃຊ້ເປັນກໍລະນີສຸກເສີນຖືເປັນວັກຊີນທີ່ໄດ້ຮັບອະນຸມັດຈາກປະເທດຕ່າງໆທົ່ວໂລກດ້ວຍ ຍົກເວັ້ນບາງປະເທດທີ່ມີໜ່ວຍງານກໍາກັບດູແລຂອງຕົນເອງ. ການອະນຸມັດຂອງ WHO ຄັ້ງນີ້ ຈະເລັ່ງເຮັດໃຫ້ຂະບວນການຕ່າງໆກ້າວໜ້າໄປໄດ້ວ່ອງໄວຂຶ້ນ ແລະ ປະເທດອື່ນໆກໍຈະມີຄວາມໝັ້ນໃນໃນວັກຊີນຫຼາຍຂຶ້ນ ບໍ່ວ່າຈະທາງດ້ານການຍອມຮັບ ແລະ ຄວາມປອດໄພໃນການເດີນທາງ.

ວັກຊີນຊະນິດນີ້ສາມາດໃຊ້ໄດ້ກັບກຸ່ມຄົນອາຍຸຕັ້ງແຕ່ 18 ປີຂຶ້ນໄປ ໂດຍຈະໄດ້ສັກວັກຊີນ 2 ເຂັມ ຫ່າງກັນ 4 ອາທິດ ເຖິງຢ່າງໃດກໍຕາມ WHO ໄດ້ລະບຸວ່າ ຍັງບໍ່ມີຄໍາແນະນໍາໃຫ້ໃຊ້ວັກຊີນໂຄວາຊິນກັບເດັກນ້ອຍ ແລະ ຂໍ້ມູນການໃຊ້ກັບແມ່ຍິງຖືພາທີ່ມີຢູ່ຕອນນີ້ກໍຍັງບໍ່ພຽງພໍທີ່ຈະປະເມີນຄວາມປອດໄພ ຫຼື ປະສິດທິພາບໄດ້.

ສື່ຂ່າວຕ່າງປະເທດຍັງໄດ້ລາຍງານເພີ່ມຕື່ມອີກວ່າ ມີບາງປະເທດເທົ່ານັ້ນທີ່ຍອມຮັບວັກຊີນໂຄວາຊີນ ແລະ ປະເທດອິນເດຍເອງຫວັງວ່າການຮອງຮັບຈາກ WHO ຈະເຮັດໃຫ້ເກີດມີການປ່ຽນແປງໃນເລື່ອງນີ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...