spot_img
Homeຂ່າວຕ່າງປະເທດWHO ອອກຄໍາແນະນໍາໃຫ້ໃຊ້ວັກຊີນຕ້ານໄຂ້ມາເລເລຍຊະນິດທໍາອິດໃຫ້ເດັກນ້ອຍອັບຟຣິກາແລ້ວ

WHO ອອກຄໍາແນະນໍາໃຫ້ໃຊ້ວັກຊີນຕ້ານໄຂ້ມາເລເລຍຊະນິດທໍາອິດໃຫ້ເດັກນ້ອຍອັບຟຣິກາແລ້ວ

Published on

ສໍານັກຂ່າວ CNN ລາຍງານວ່າ ວັນທີ 6 ຕຸລາ 2021 ອົງການອະນະໄມໂລກ (WHO) ໄດ້ອອກຄໍາແນະນໍາໃຫ້ໃຊ້ວັກຊີນ Mosquirix ຫຼື RTS,S/AS01 ເຊິ່ງເປັນວັກຊີນຕ້ານເຊື້ອມາເລເລຍຊະນິດທໍາອິດຂອງໂລກ ໃຫ້ກັບເດັກນ້ອຍທີ່ອາໄສຢູ່ພູມິພາກອັບຟຣິກາໃຕ້ທະເລຊາຍຊາຮາລາ ແລະ ພື້ນທີ່ອື່ນໆ ທີ່ມີອັດຕາການລະບາດໃນລະດັບກາງໄປຈົນເຖິງສູງແລ້ວ

ດຣ Tedros Adhanom ຜູ້ອໍານວຍການໃຫຍ່ຂອງ WHO ກ່າວວ່າ “ນີ້ຄືຊ່ວງເວລາປະຫວັດສາດ ວັກຊີນຕ້ານມາເລເລຍສໍາລັບເດັກນ້ອຍທີ່ລໍຖ້າມາດົນ ຄືການຜ່າທາງຕັນທາງວິທະຍາສາດ, ສຸຂະພາບຂອງເດັກນ້ອຍ ແລະ ການຄວບຄຸມພະຍາດຂອງມາເລເລຍ ການໃຊ້ວັກຊີນຊະນິດນີ້ເສີມເຂົ້າໄປໃນເຄື່ອງມືປ້ອງກັນມາເລເລຍທີ່ມີຢູ່ແລ້ວ ອາດຈະຊ່ວຍຊີວິດເດັກນ້ອຍໄດ້ຫຼາຍຮ້ອຍພັນຄົນຕໍ່ໄປ”

ພະຍາດມາເລເລຍສາມາດເຂົ້າສູ່ຫ່າງກາຍຂອງຄົນເຮົາຜ່ານການຖືກກັດຂອງຍຸງລາຍ ເຖິງວ່າຈະສາມາດປ້ອງກັນ ແລະ ຮັກສາໄດ້ ແຕ່ພະຍາດຊະນິດນີ້ກໍເປັນໜຶ່ງໃນສາເຫດຫຼັກທີ່ເຮັດໃຫ້ເດັກນ້ອຍຈໍານວນຫຼາຍຢູ່ທີ່ອັບຟຣິກາໃຕ້ ເຈັບປ່ວຍ ແລະ ເສຍຊີວິດລົງ ໂດຍທຸກປີຈະມີເດັກນ້ອຍອັຟຟຣິກາອາຍຸຕໍ່າກວ່າ 5 ປີ ເສຍຊີວິດເພາະມາເລເລຍຫຼາຍກວ່າ 260,000 ຄົນ

ຄໍາແນະນໍາຂອງ WHO ຍັງລະບຸອີກວ່າ ວັກຊີນຊະນິດນີ້ ຍັງສາມາດໃຊ້ປ້ອງກັນເດັກນ້ອຍຈາກເຊື້ອມາເລເລຍຊະນິດທີ່ອັນຕະລາຍທີ່ສຸດ ທີ່ມີຊື່ວ່າ Plasmodium falciparum ໂດຍສັກໃຫ້ເດັກນ້ອຍຕັ້ງແຕ່ອາຍຸ 5 ເດືອນຂຶ້ນໄປ ຈໍານວນທັງໝົດ 4 ໂດສ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...