spot_img
Homeຂ່າວຕ່າງປະເທດWHO ສົ່ງເຄື່ອງມືແພດຊ່ວຍເກົາຫຼີເໜືອ ເຖິງ ຄິມຈອງອຶນ ຈະປະຕິເສດກໍຕາມ

WHO ສົ່ງເຄື່ອງມືແພດຊ່ວຍເກົາຫຼີເໜືອ ເຖິງ ຄິມຈອງອຶນ ຈະປະຕິເສດກໍຕາມ

Published on

ສໍານັກຂ່າວ khaosad ລາຍງານວ່າ ວັນທີ 7 ຕຸລາ 2021 ອົງການອະນາໄມໂລກ (WHO) ຖະແຫຼງວ່າ ໄດ້ສົ່ງການຊ່ວຍເຫຼືອເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ເກົາຫຼີເໜືອ ໂດຍຂົນສົ່ງໂດຍທ່ເຮືອເມືອງຕ້າຫຼຽນ ຫຼຽວໜິງ ຢູ່ທາງຕາເວັນອອກສ່ຽງເໜືອຂອງຈີນ ເນື່ອງຈາກເກົາຫຼີເໜືອຍັງປິດດ່ານທາງບົກລະຫວ່າງປະເທດ.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນປະມານ 1 ເດືອນຫຼັງຈາກທາງການເກົາຫຼີເໜືອປະຕິເສດຮັບການຊ່ວຍເຫຼືອຈາກອົງການອະນາໄມໂລກ ແລະ ຂໍໃຫ້ນໍາວັກຊີນປ້ອງກັນພະຍາດໂຄວິດ-19 ຂອງບໍລິສັດ Sinovac ປະເທດຈີນ ປະມານ 3 ລ້ານໂດສ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ COVAC ໄປບໍລິຈາກໃຫ້ປະເທດອື່ນທີ່ປະສົບວິກິດເພາະວ່າເກົາຫຼີເໜືອບໍ່ກວດພົບຜູ້ຕິດເຊື້ອ.

ອົງການອະນາໄມໂລກໄດ້ຖະແຫຼງການວ່າ “ເພື່ອສະໜັບສະໜຸນສາທາລະນະລັດ ປະຊາທິປະໄຕປະຊາຊົນເກົາຫຼີເໜືອ ດ້ວຍເຄື່ອງມືທາງການແພດສໍາລັບໃຊ້ປ້ອງກັນພະຍາດໂຄວິດ-19 ອົງການອະນາໄມໂລກ ໄດ້ເລີ່ມຈັດສົ່ງຄວາມຊ່ວຍເຫຼືອນີ້ຈາດທ່າເຮືອຕ້າຫຼຽນ ປະເທດຈີນ”. ຢ່າງໃດກໍຕາມ, ອົງການອະນາໄມໂລກກໍຍັງບໍ່ໄດ້ແຈ້ງຊັດເຈນເທື່ອວ່າ ສິ່ງຂອງຊ່ວຍເຫຼືອນັ້ນໄດ້ເຂົ້າເຖິງເກົາຫຼີເໜືອ ຫຼື ບໍ່.

ຂະນະທີ່ລາຍງານການກວດຫາເຊື້ອໃນເກົາຫຼີເໜືອ ລ່າສຸດ ວັນທີ 23 ກັນຍາ 2021 ລະບຸວ່າ ເຈົ້າໜ້າທີ່ໄດ້ກວດຫາໂຄວິດ-19 ໃນປະຊາຊົນກຸ່ມສ່ຽງຢ່າງໜ້ອຍ 40,700 ຄົນ ແຕ່ຜົນກວດເປັນລົບທັງໝົດ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...