spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມWHO ຈັດອັນດັບໃຫ້ໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ແຜ່ກະຈາຍເຊື້ອໄວ!!

WHO ຈັດອັນດັບໃຫ້ໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ແຜ່ກະຈາຍເຊື້ອໄວ!!

Published on

ວັນທີ 11 ພຶດສະພາ 2021 ທີ່ຜ່ານມາ ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການວ່າ: ໄວຣັສໂຄວິດ-19 ກາຍພັນທີ່ລະບາດຄັ້ງທໍາອິດໃນປະເທດອິນເດຍແມ່ນໄດ້ຮັບການຈັດປະເພດໃຫ້ເປັນ “ໄວຣັສສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ” ເຊິ່ງຜົນຂອງການສຶກສາຂັ້ນທໍາອິດພົບວ່າ ໂຄວິດສາຍພັນອິນເດຍລະບາດໄວ ແລະ ຕິດເຊື້ອໄດ້ງ່າຍ.

ທັງນີ້ໄວຣັສໂຄວິດ-19 ສາຍພັນອິນເດຍແມ່ນຖືກຈັດອັນດັບໃຫ້ເປັນສາຍພັນທີ 4 ເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໄປທົ່ວໂລກ ແລະ ຕ້ອງຕິດຕາມ ແລະ ວິເຄາະຢ່າງແນ່ນອນ ສ່ວນອີກ 3 ສາຍພັນທີ່ຖືກຈັດອັນດັບເຊັ່ນກັນໄດ້ແກ່: ສາຍພັນອັງກິດ, ສາຍພັນອາຟຣິກາໃຕ້ ແລະ ສາຍພັນບຣາຊິນ.

ດຣ. ມາເຣຍ ເຄີໂຄຟ ຫົວໜ້າຝ່າຍເທັກນິກດ້ານໂຄວິດ-19 ຂອງອົງການອະນາໄມໂລກໄດ້ກ່າວ່າ: ອົງການອະນາໄມໂລກໄດ້ຈັດອັນດັບຂອງໂຄວິດ-19 ສາຍພັນອິນເດຍເປັນສາຍພັນທີ່ສ້າງຄວາມວິຕົກກັງວົນໃນທົ່ວໂລກນັ້ນ ເນື່ອງມາຈາກມີຂໍ້ມູນທີ່ບົ່ງບອກວ່າ ເປັນສາຍພັນທີ່ມີການລະບາດ ແລະ ຕິດເຊື້ອໄດ້ງ່າຍກວ່າສາຍພັນອື່ນ. ດັ່ງນັ້ນ, ບໍ່ວ່າເຮົາຈະອາໄສຢູ່ໃສ ແລະ ບໍ່ວ່າໄວຣັສທີ່ກະຈາຍຢູ່ອ້ອມໂຕເຮົາເປັນສາຍພັນໃດກໍຕາມ ເຮົາຕ້ອງໝັ້ນໃຈວ່າ ເຮົາໄດ້ປ້ອງກັນໂຕເອງຢ່າງປອດໄພທີ່ສຸດເພື່ອບໍ່ໃຫ້ຕິດເຊື້ອພະຍາດນີ້.

ເຖິງຢ່າງໃດກໍຕາມ ອົງການອະນາໄມໂລກຍັງເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-19 ຍັງເປັນສິ່ງທີ່ຈໍາເປັນ ແລະ ເປັນອາວຸດທີ່ມີປະສິດທິພາບໃນການຕໍ່ສູ້ກັບໂຄວິດ-19.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...