UN ເລັ່ງຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງ ອັດຕະປື

ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 15 ສິງຫາ 2018 ວ່າ ທ່ານ​ນາງ ຄາ​ຣິ​ນາ ອິມ​ໂມ​ເນັນ ຜູ້​ປະ­ສານ​ງານ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ປະ­ຈຳ​ລາວ ໄດ້​ກ່າວ​ໃນ​ວັນ​ທີ 13 ສິງ­ຫາ 2018 ວ່າໃນ​ຂະ­ນະ​ທີ່​ປະ­ຕິ­ບັດ​ການການ​ກູ້​ໄພ​ຍັງ​ສືບ­ຕໍ່​ດຳ­ເນີນ​ຢູ່​ໃນ​ບ້ານ​ທີ່​ຖືກ​ນໍ້າ​ຖ້ວມ ​ຢູ່​ແຂວງ​ອັດ​ຕະ​ປື​ ທີ່­ຢູ່​ພາກ​ໃຕ້​ຂອງ​ລາວ ອົງ­ການ​ເຄືອ​ຄ່າຍ ສປຊ ກຳ­ລັງ​ເຮັດ​ວຽກ​ຮ່ວມ​ກັບ​ລັດ­ຖະ­ບານ ແລະ ຄູ່​ຮ່ວມ​ມື​ດ້ານ​ມະ­ນຸດ­ສະ­ທຳ ເພື່ອ​ຊ່ວຍ­ເຫຼືອ​ດ້ານ​ນໍ້າ​ສະ­ອາດ, ອາ­ຫານ, ສະ­ຖານ­ທີ່​ພັກ​ເຊົາ​ຊົ່ວ­ຄາວ ແລະ ການ​ແພດ ແກ່​ປະ­ຊາ­ຊົນ 13 ພັນ​ຄົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນໍ້າ​ຖ້ວມ.

ເພື່ອ​ແກ້​ໄຂ​ຄວາມ​ຕ້ອງ­ການ​ອັນ​ຮີບ​ດ່ວນ ​ທີມ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ​ປະ­ຈຳ​ລາວ ໄດ້​ມີ​ດຳ­ເນີນ​ວຽກ​ງານ​ຢູ່ 8 ກຸ່ມ​ບຸ­ລິ­ມະ­ສິດ​ຄື: ກຸ່ມ​ວຽກ​ງານ​ນໍ້າສະ­ອາດ, ສຸ­ຂາ­ພິ­ບານ ແລະ ສຸ​ຂະ​ອະ­ນາ­ໄມ, ສຸ­ຂະ­ພາບ, ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ ແລະ ໂພ­ຊະ​ນາ​ການ, ທີ່​ພັກ​ອາ­ໄສ, ການ​ປົກ​ປ້ອງ, ການ​ສຶກ​ສາ, ການ​ຂົນ­ສົ່ງ ແລະ ການ​ຟື້ນ​ຟູ​ເບື້ອງ​ຕົ້ນ; ເພື່ອ​ດຳ­ເນີນ​ວຽກ​ງານ​ການ​ຕອບ​ສະ­ໜອງ​ຕໍ່​ໄພ­ພິ­ບັດ​ດັ່ງ­ກ່າວ ກຸ່ມ​ເຫຼົ່າ​ນີ້ ​ໄດ້​ມີ​ການ​ປະ­ສານ​ງານ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ​ລວມ​ມີ​ລັດ­ຖະ­ບານ ອົງ­ການ​ເຄືອ​ຄ່າຍ ສປຊ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທີ່​ບໍ່​ສັງ­ກັດ​ລັດ­ຖະ­ບານ ຜູ້​ໃຫ້​ທຶນ ແລະ ຄູ່​ຮ່ວມ​ມື​ອື່ນໆ ສປຊ ປະ­ຈຳ​ລາວ ໂດຍ​ການ​ປະ­ສານ​ງານ​ຢ່າງ​ໃກ້­ຊິດ​ກັບ​ລັດ­ຖະ­ບານ ຈະ​ສືບ­ຕໍ່​ສະ­ໜອງ​ອາ­ຫານ ແລະ ບໍ່​ແມ່ນ​ອາ­ຫານ ເປັນ­ຕົ້ນ ເຄື່ອງ­ໃຊ້​ສຳ­ລັບ​ເລື່ອງ​ນໍ້າ​ສະ­ອາດ, ສຸ­ຂາ­ພິ­ບານ ແລະ ສຸ​ຂະ​ອະ­ນາ­ໄມ, ນໍ້າ​ປະ­ປາ, ໂປ້ມ​ນໍ້າ, ເຕັ້ນ, ມຸ້ງ​ກັນ​ຍຸງ ແລະ ອຸ­ປະ­ກອນ​ການ​ແພດ ​ໃຫ້​ປະ­ຊາ­ຊົນ​ຫຼາຍ​ກວ່າ 6 ພັນ​ຄົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ທີ່​ກຳ­ລັງ​ອາ­ໄສ​ຢູ່​ໃນ​ແຄ້ມ. ແຜນ​ຕອບ​ໂຕ້​ໄພ­ພິ­ບັດ​ຮ່ວມ​ ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ທີມ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ​ປະ­ຈຳ​ປະ­ເທດ ແລະ ໄດ້​ນຳ​ສະ­ເໜີ​ຕໍ່​ລັດ­ຖະ­ບານ ເຊິ່ງ​ຜູ້​ໃຫ້​ທຶນ​ກໍ່​ໃຫ້​ທຶນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

ພະ­ນັກ­ງານ ສປຊ 30 ຄົນ ຈາກ 8 ອົງ­ການ ກຳ­ລັງ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ, ທີມ​ງານ​ຊ່ຽວ­ຊານ​ຈາກ​ສຳ­ນັກ­ງານ​ໃຫຍ່ ແລະ ຫ້ອງ­ການ​ປະ­ຈຳ​ພາກ​ພື້ນ​ທີ່​ມີ​ຄວາມ​ຊຳ­ນານ ​ໃນ​ການ​ປະ​ເມີນ​ສະ­ຖາ­ນະ​ການ​ສຸກ​ເສີນ ການ​ປະ​ເມີນ​ເບື້ອງ​ຕົ້ນ​ຢ່າງ​ຮີບ​ດ່ວນ ການ​ສະ­ໜັບ­ສະ­ໜູນ​ດ້ານ​ການ​ຂົນ­ສົ່ງ ການ​ສື່­ສານ​ດ້ານ​ຄວາມ​ສ່ຽງ ການ​ຄຸ້ມ​ຄອງ​ການ​ເຄື່ອນ​ຍ້າຍ​ປະ­ຊາ­ຊົນ ການ​ປະ­ສານ​ງານ​ເລື່ອງ​ສຸ­ຂະ­ພາບ ແລະ ທີ່​ພັກ​ອາ­ໄສ​ຊົ່ວ­ຄາວ ກໍ່​ໄດ້​ມາ​ຮອດ​ແລ້ວ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ: www.vientianemai.net