Homeຂ່າວຕ່າງປະເທດສະຫະລັດຄວໍ້າບາດຕໍ່ບໍລິສັດຈີນ ສິງກະໂປ ແລະ ຣັດເຊຍຖານສົ່ງສິນຄ້າໃຫ້ເກົາຫຼີເໜືອ

ສະຫະລັດຄວໍ້າບາດຕໍ່ບໍລິສັດຈີນ ສິງກະໂປ ແລະ ຣັດເຊຍຖານສົ່ງສິນຄ້າໃຫ້ເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 16 ສິງຫາ 2018ວ່າ ກະຊວງການເງິນສະຫະລັດອອກຖະແຫຼງການເມື່ອວັນພຸດ ປະກາດໃຊ້ມາດຕະການຂວ້ຳບາດຕໍ່ບໍລິສັດ Dalian Sun Moon Star International Logistics Trading Co.Ltd ສັນຊາດຈີນ ແລະ ບໍລິສັດ Sinsms Pte. ສັນຊາດສິງກະໂປທີ່ເປັນຫຸ້ນສ່ວນກັນ ຖານສົ່ງອອກຜະລິດຕະພັນເຄື່ອງດື່ມແອລກໍຮໍ ແລະ ຢາສູບໄປທີ່ເກົາຫຼີເໜືອ ເຊິ່ງຄິດເປັນມູນຄ່າ 1,000 ລ້ານໂດລາຕໍ່ປີ

ມາດຕະການຄວ້ຳບາດໃນຄັ້ງນີ້ຍັງຄວບຄຸມໄປເຖິງບໍລິສັດ Profinet Pte. Ltd. ຜູ້ໃຫ້ບໍລິການທ່າເຮືອສັນຊາດຣັດເຊຍ ແລະ ທ່ານ ວາຊີລີ ອາເລັກຊານໂດຣວິດ ໂຄລຊານອຟ ຜູ້ບໍລິຫານ ຖານໃຫ້ບໍລິການແກ່ເຮືອສັນຊາດເກົາຫຼີເໜືອຢ່າງໜ້ອຍ 6 ຄັ້ງ ໂດຍທ່ານ ໂຄຊານນອຟ ຍັງມີສ່ວນກ່ຽວຂ້ອງໂດຍກົງກັບຂໍ້ຕົກລົງກ່ຽວກັບເກົາຫຼີເໜືອ ແລະ ພົບປະຜູ້ແທນເກົາຫຼີເໜືອໃນຣັດເຊຍ ໂດຍລັດຖະມົນຕີກະຊວງການເງິນຂອງສະຫະລັດກ່າວວ່າ ການກະທຳດັ່ງກ່າວຂ້າງຕົ້ນ ນັບເປັນຄວາມພະຍາຍາມທີ່ຈະລະເມີດຕໍ່ຂໍ້ຫ້າມພາຍໃຕ້ບັນຢັດແຫ່ງກົດໝາຍສະຫະລັດ ເຊິ່ງມາດຕະການຄວ້ຳບາດຕໍ່ລັດຖະບານເກົາຫຼີເໜືອນັ້ນ ມີເປົ້າໝາຍໃຫ້ລັດຖະບານປຽງຢາງຢຸດຕິໂຄງການນິວເຄຣຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...