Homeຂ່າວທ້ອງຖິ່ນ4 ບ້ານເລັ່ງເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ເພື່ອກໍ່ສ້າງເຮືອນພັກຊົ່ວຄາວໃຫ້ຜູ້ປະສົບໄພ

4 ບ້ານເລັ່ງເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ເພື່ອກໍ່ສ້າງເຮືອນພັກຊົ່ວຄາວໃຫ້ຜູ້ປະສົບໄພ

Published on

ຂະແໜງເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ສະໄໝສົງຄາມອີນດູຈີນ ກໍາລັງເລັ່ງກວດກາ ເກັບກູ້ ຢູ່ເຂດບ້ານ ດົງບາກ, ປີງດົງ, ຕາມໍຍອດ, ແລະ ບ້ານດອນບົກ ເພື່ອກໍ່ສ້າງເຮືອນພັກຊົ່ວຄາວ ໃຫ້ກັບຜູ້ໄດ້ຮັບຜົນກະທົບໄພພິບັດ ເມືອງສະໜາມໄຊ ແຂວງອັດຕະປື.

ທ່ານ ສຸກກະສານ ວຽງຄໍາ ພະນັກງານຮັບຜິດຊອບວຽກເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ ໄດ້ໃຫ້ຮູ້ວ່າ: ທີມງານເກັບກູ້ ປະມານ 110 ຄົນ ແລະ ແບ່ງອອກເປັນ 11 ກຸ່ມ ກໍາລັງເລັ່ງກວດກາ ເກັບກູ້ລະເບີດ ບໍ່ທັນແຕກຕົກຄ້າງ ຢູ່ໃນເຂດບ້ານດັ່ງກ່າວ ເພື່ອກໍ່ສ້າງເຮືອນພັກຊົ່ວຄາວ ໃຫ້ກັບຜູ້ໄດ້ຮັບຜົນກະທົບໄພພິບັດທີ່ແຂວງອັດຕະປື.

ທ່ານ ສຸກກະສານ ຍັງກ່າວຕື່ມອີກວ່າ: ການກໍ່ສ້າງເຮືອນພັກຊົ່ວຄາວນີ້ຄາດວ່າ ຈະໃຫ້ສໍາເລັດໂດຍໄວ ເທົ່າທີ່ຈະໄວໄດ້ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານທີ່ພັກພາອາໄສຜູ້ທີ່ໄດ້ຮັບຜົນກະທົບ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...