spot_img
Homeຂ່າວທ້ອງຖິ່ນUN ກຳລັງປະເມີນຄວາມສາມາດຂອງລາວໃນການຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາ ໃນປີ 2024

UN ກຳລັງປະເມີນຄວາມສາມາດຂອງລາວໃນການຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາ ໃນປີ 2024

Published on

ອົງການສະຫະປະຊາຊາດກຳລັງປະເມີນຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ຕໍ່ຄວາມສາມາດຂອງລາວໃນການຫຼຸດພົ້ນອອກຈາກ ປະເທດດ້ອຍພັດທະນາ ໃນປີ 2024.

ໜັງສືພິມວຽງຈັນທາມ ລາຍງານວ່າ ການຕອບຄຳຖາມຂອງສະມາຊິກສະພາແຫ່ງຊາດ ເມື່ອວັນທີ 2 ພະຈິກ 2020 ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ກ່າວວ່າ ອົງການສະຫະປະຊາຊາດກຳລັງພິຈາລະນາວ່າການລະບາດຂອງໂຣກນີ້ມີຜົນກະທົບຕໍ່ຄວາມກ້າວໜ້າຂອງປະເທດທີ່ທຸກຍາກ ລວມເຖິງປະເທດລາວທີ່ຈະກ້າວໄປສູ່ການອອກຈາກສະຖານະພາບປະເທດທີ່ດ້ອຍພັດທະນາໄດ້ ຫຼ ບໍ່.

ທ່ານ ສອນໄຊ ໄດ້ກ່າວວ່າ ຂໍ້ມູນຈົນຮອດປີ 2019 ໄດ້ຊີ້ໃຫ້ເຫັນວ່າປະເທດລາວກຳລັງຢູ່ໃນເສັ້ນທາງທີ່ຕອບສະໜອງທຸກເງື່ອນໄຂທີ່ອົງການສະຫະພາບກຳນົດເປັນມາດຖານເພື່ອໃຫ້ກຸ່ມປະເທດທີ່ຈະຫຼຸດອອກຈາກບັນຊີປະເທດດ້ອຍພັດທະນາ.

ປະເທດລາວປະເຊີນກັບສິ່ງທ້າທາຍດ້ານການພັດທະນາຈຳນວນໜຶ່ງ ຍ້ອນໂລກລະບາດແຜ່ລະບາດ ໜຶ່ງໃນນັ້ນແມ່ນຜົນກະທົບທີ່ສຳຄັນຕໍ່ການເຕີບໂຕຂອງເສດຖະກິດ, ດ້ວຍອັດຕາການເຕີບໂຕທີ່ຄາດວ່າຈະມີພຽງແຕ່ 3.3 ເປີເຊັນໃນປີນີ້.

ທ່ານ ສອນໄຊ ກ່າວຕື່ມອີກວ່າ ເຖິງແມ່ນວ່າຈະມີສິ່ງທ້າທາຍດັ່ງກ່າວ, ປະເທດລາວຕ້ອງພະຍາຍາມຫຼາຍຂຶ້ນກວ່າເກົ່າ ເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນທົ່ວປະເທດ, ພ້ອມທັງປັບປຸງສະພາບການເປັນຢູ່.

ບັນດາຜົນສຳເລັດທີ່ບັນລຸໄດ້ໃນການຫຼຸດຜ່ອນຄວາມທຸກຍາກ, ການພັດທະນາເຂດຊົນນະບົດ ແລະການຫຼຸດຜ່ອນຊ່ອງຫວ່າງການພັດທະນາໄດ້ສ້າງພື້ນຖານອັນໜັກແໜ້ນ ໃຫ້ປະເທດລາວໃນການຮັກສາສະຖຽນລະພາບທາງເສດຖະກິດ ແລະ ສັງຄົມ.   

ນັກເສດຖະສາດສາກົນກ່າວຕໍ່ ໜັງສືພິມວຽງຈັນທາມ ເມື່ອບໍ່ດົນມານີ້ປະເທດລາວ ຈຳເປັນຕ້ອງສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງເພື່ອປົດປ່ອຍຕົນເອງຈາກສະຖານະພາບດ້ອຍພັດທະນາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...