ສ.ເກົາຫລີ ຈະຊຸກຍູ້ການລົງທຶນເຂົ້າ ອາຊຽນ ໃຫ້ຫລາຍຂຶ້ນ!

images-11

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 24 ສິງຫາ 2015, ​​ບັນດາ​ປະທານ ​ຄະນະ​ກຳມະການ ບໍລິການ​ການ​ເງິນ (FSC), ອົງການ ​ຕິດຕາມ ​ກວດກາ​ການ​ເງິນ (FSS) ​ແລະ 11 ທະນາຄານ​ໃຫຍ່​ຂອງ​ ສ.​ເກົາຫລີ ກັບ​​ ເອກ​ອັກ​ ຄະ​ລັດຖະທູດ ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ ​ສ.ເກົາຫລີ ຮ່ວມກັນປຶກສາຫາລື ຊຸກຍູ້​ໃຫ້​ບັນດາ​ກຸ່ມການເງິນ ສ.ເກົາຫລີ ຫັນມາລົງທຶນ ເຂົ້າໃນປະເທດ ສະມາຊິກ ອາຊຽນ ໃຫ້ຫລາຍຂຶ້ນ.

ທ່ານ​ ອິມ ຊອງຣິອອງ, ປະທານ ​ຄະນະ​ກຳມະການ ​ບໍລິການ ການ​ເງິນ ສ.ເກົາຫລີ ​ກ່າວວ່າ: ສ.​ເກົາຫລີ ​ແລະ ອາ ​ຊຽນ ​ໄດ້ສ້າງ​ຕັ້ງ​ ສາຍ​ພົວພັນ ​ຄູ່​ຮ່ວມ​ມືມາໄດ້ 25 ປີແລ້ວ ໄດ້ຢືນຢູ່ແຖວໜ້າໃນ​ການ​ສະໜັບສະໜູນ​ດ້ານ​ການ​ເງິນໃຫ້​ບັນດາ​ວິ​ສາ​ຫະກິດ​ປະຈຳ ​ທ້ອງຖິ່ນຢູ່​​ປະ​ເທດ ສະມາຊິກ​ ອາ​ຊຽນ ແລະ ເພີ່ມທະວີ ການຮ່ວມມື ການຄ້າ ລະຫວ່າງ ສ.ເກົາ ຫລີ ແລະ ບັນດາປະເທດ ສະມາຊິກ ອາຊຽນ ຢ່າງຕໍ່ເນື່ອງ.

 

ຂອບໃຈຂ່າວຈາກ:

ຂປລ