Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ

Published on

vietnam

ຂປລ. ສະຫາຍ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​​ເຂົ້າ​ຢ້ຽມ​ຄໍານັບ ​ຂອງ​ຄະນະ​ຜູ້​ແທນ​ກະຊວງ​ ປ້ອງ​ກັນ​ປະ​ເທດ​ ​ແຫ່ງ ສສ ຫວຽດນາມ ​ເຊິ່ງນໍາ​ໂດຍ ສະຫາຍ ພົນ​ໂທ ​ໂດ​ບາ​ຕິ ຫົວໜ້າ​ກົມ​ໃຫຍ່ ​ເສນາ​ທິການ, ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ​ໃນ​ວັນ​ທີ 27 ສິງຫາ 2015 ນີ້ ຢູ່​ຫ້ອງ​ວ່າການ​ລັດຖະມບານ. ​ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 26-27 ​ສິງຫາ​ ນີ້.

ໃນ​ໂອກາດ​ດັ່ງກ່າວ ສະຫາຍ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ຂອບ​ໃຈ ​ແລະ ຊົມ​ເຊີຍ, ພ້ອມ​ທັງ​ຕີ​ລາຄາ​ສູງ​ຕໍ່ ທ່ານ ພົນ​ໂທ ​ໂດ​ບາ​ຕີ ທີ່​ໄດ້​ນໍາພາ​ຄະນະ​ຜູ້​ແທນ​ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສສ ຫວຽດນາມ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ ອັນ​ສໍາຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ ສາຍ​ພົວພັນມິດຕະພາບ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ອ້າຍ​ນ້ອງ​ທີ່​ມີ​ມູນ​​ເຊື້ອ ​ຄວາມ​ສາມັກຄີ​ຮ່ວມ​ສູ້​ຮົບ​ນໍາ​ກັນຢ່າງ​ຍາວ​ນານ ​ໃຫ້​ນັບ​ມື້​ຫຍັບ​ເຂົ້າ​ສູ່​ລວງ​ເລິກ​ເທື່ອ​ລະ​ກ້າວ, ​ໂດຍ​ສະ​ເພາະ​​ ການ​ພົວພັນ​ຮ່ວມ​ມື ລະຫວ່າງ ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ລາວ-ຫວຽດນາມ​ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

ສະຫາຍ ພົນ​ໂທ ​ໂດ​ບາ​ຕີ ​ໄດ້​ຕາງໜ້າ​ຄະນະ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ສະຫາຍ ທອງ​ສິງ ທໍາ​ມະ​ວົງ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ​ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ແຈ້ງ​ຈຸດປະສົງ ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ຄັ້ງ​ນີ້​ໃຫ້​ ສະຫາຍ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ ໄດ້​ຮັບ​ຊາບ​ຕື່ມ​.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...