Homeຂ່າວຕ່າງປະເທດ ແອັດສະປາຍ ພົບຜູ້ປ່ວຍພະຍາດ ສາຍພັນໃໝ່ ຄົນທຳອິດ

ແອັດສະປາຍ ພົບຜູ້ປ່ວຍພະຍາດ ສາຍພັນໃໝ່ ຄົນທຳອິດ

Published on

400 sapen

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 26 ສິງຫາ 2015, ສູນ​ເພື່ອ​ການ​ຄວບ​ຄຸມ ​ແລະ​ ປ້ອງ​ກັນ​ ພະຍາດ​ໃນ ​ເອີຣົບ ເປີດເຜີຍວ່າ: ພົບຜູ້​ປ່ວຍ​ ເປັນ​ພະຍາດ ສາຍພັນໃໝ່ (ຊີ​ຄຸນ​ກຸນ​ຍາ) ເປັນຜູ້ຕິດເຊື້ອ ຄົນທຳອິດ ​ເປັນ​ຊາຍອາຍຸ 60 ປີ ຢູ່​ແຂວງ ບາ​ເລນ​ເຊຍ ທາງ​ຕາ​ເວັນ​ອອກ​ ຂອງ​ປະ​ເທດ. ສຳລັບຜູ້ຕິດເຊື້ອ ຈະມີ​ອາການເປັນ​ໄຂ້, ປວດ​ຫົວ ​ແລະ​ ປວດ​ຕາມ​ຂໍ່​ ເປັນ​ເວລາ​ດົນ. ສູນ​ລະບາດ​ວິທະຍາ​ແຫ່ງ​ຊາດ ​ແລະ ກະຊວງ​ ສາທາລະ​ນະ​ສຸກ ​​ແອັດ​ສະ​ປາຍ​ ເປີດ​ເຜີຍ​ວ່າ: ປີ​ກາຍນີ້ ກວດພົບ​ຜູ້​ປ່ວຍ ຕິດເຊື້ອ​ພະຍາດນີ້​ 266 ຄົນ ທັງໝົດ ຕິດເຊື້ອ​ ຂະນະ​ທີ່ ຢູ່​ຕ່າ​ງປະ​ເທດ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...