Windows ລຸ້ນເກົ່າເທິງພີຊີ ຈະມີຕົວເລືອກອັບເດດ Windows 10 ໃນປີ 2016

Microsoft ເປີດ​ຕົວ Windows 10 ຕັ້ງ​ແຕ່​ຕົ້ນ​ປີ 2015 ນັບ​ເປັນ​ລະບົບ​ປະຕິບັດການ​ທີ່​ມີ​ການ​ປັບປຸງ ແລະ​ເຕີມ​ເຕັມ​ຫລາຍ​ຟັງຊັ່ນໃຫ້​ມີ​ຄວາມ​ໜ້າ​ໃຊ້ ເໝາະ​ສຳລັບ​ຜູ້​ໃຊ້​ຄອມພິວເຕີ​ທົ່ວ​ໄປ ພ້ອມ​ຈູງ​ໃຈ​ຜູ້​ໃຊ້ Windows 7, 8 ແລະ 8.1 ໃຫ້​ອັບ​ເດດ​ມາ​ໃຊ້ Windows 10 ໄດ້​ຟຣີ​ພາຍ​ໃນ 1 ປີ ອີກ​ດ້ວຍ ຊຶ່ງ​ຕົວ​ເລກ​ການ​ໃຊ້ Windows 10 ເທິງ​ອຸປະກອນ​ທົ່ວ​ໂລກ​ຈາກ​ການ​ເປີດ​ເຜີຍ​ຂອງ Microsoft ເມື່ອ​ໄວ​ໆ ນີ້ ມີ​ຫລາຍກວ່າ 110 ລ້ານ​ເຄື່ອງ​ແລ້ວ​ ແລະ​ ແນ່ນອນ​ວ່າ​ແຜນ​ການ​ສະໜັບສະໜູນ Windows 10 ເພື່ອ​ຜູ້​ໃຊ້​ຄອມພິວເຕີ​ໃນ​ທຸກ​ມຸມ​ໂລກ​​ຍັງ​ດຳ​ເນີນ​ຕໍ່ໄປ

Windows-10-for-pc-650

ຈາກ​ການ​ເປີດ​ເຜີຍ​ຂອງ Terry Myerson ຫົວ​ໜ້າ​ຝ່າຍ Windows ແລະ​ອຸປະກອນ​ຂອງ Microsoft ເປີດ​ເຜີຍ​ຜ່ານ​ເວັບ​ໄຊຕ໌​ໃນ​ຕ່າງ​ປະເທດ​ວ່າ ໃນ​ປີ 2016 Microsoft ໄດ້​ຈັດ​ກຽມ​ແຜນ “recommended update” ໃນ​ລະບົບ Windows Update ເທິງ​ຄອມພິວເຕີ​ພີ​ຊີ​ທີ່​ໃຊ້ Windows 7, 8 ຫລື 8.1 ເກົ່າ ໂດຍ​ຈະ​ປາກົດ​ເປັນ​ຕົວ​ເລືອກ​ສຳລັບ​ການ​ຕິດ​ຕັ້ງ Windows 10 ຊຶ່ງ​ຜູ້​ໃຊ້​ພີ​ຊີ​ຈະ​ສາມາດ​ເລືອກ​ໄດ້​ເອງ​ວ່າ​ຈະ​ຍິນ​ດີ​ຕິດ​ຕັ້ງ Windows 10 ຫລື​ບໍ່

ອັບ​ເດດ Windows 10 ສຳລັບ​ພີ​ຊີ ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ​ໃນ​ປີ 2016 ຈະ​ມີ​ຂໍ້​ຈຳ​ກັດ​ຢູ່​ເລັກໜ້ອຍ ນັ້ນ​ຄື Windows ທີ່​ໃຊ້​ຢູ່​ຈາກເກົ່າຈະ​ຕ້ອງ​ເປັນ​ຂອງ​ແທ້​ເທົ່າ​ນັ້ນ ເຖິງ​ຈະ​ສາມາດ​ອັບ​ເດດ​ມາ​ໃຊ້ Windows 10 ໄດ້

ກົນ​ລະຍຸດ​ດັ່ງ​ກ່າວ​ເປັນ​ສ່ວນຫນຶ່ງ​ໃນ​ຄວາມ​ພະຍາຍາມ​ຂອງ Microsoft ທີ່​ຈະ​ເພີ່ມ​ອຸປະກອນ​ທີ່​ໃຊ້ Windows 10 ໃຫ້​ໄດ້ 1 ພັນ​ລ້ານ​ເຄື່ອງ ພາຍ​ໃນ 2-3 ປີ​ນີ້ ແຕ່​ການ​ຈະ​ບອກ​ໃຫ້​ຜູ້​ໃຊ້​ຄອມພິວເຕີ​ທົ່ວ​ໂລກ​ໃຫ້​ຫັນ​ມາ​ໃຊ້ Windows 10 ພ້ອມ​ກັນ​ທັງ​ໝົດ​ບໍ່ແມ່ນ​ເລື່ອງ​ງ່າຍ ສະ​ນັ້ນ​ການ​ໃຊ້​ວິທີ​ເພີ່ມ “recommended update” ໄປ​ກັບ​ຜູ້​ໃຊ້ Windows ລຸ້ນ​ເກົ່າ ໜ້າ​ຈະ​ເປັນ​ຂັ້ນ​ຕອນ​ທີ່​ງ່າຍ ເພື່ອ​ໃຫ້​ຜູ້​ໃຊ້​ພິຈາລະນາ​ແລະ​ຕັດ​ສິນ​ໃຈ​ດ້ວຍ​ຕົນເອງ ວ່າ​ຈະ​ຍ່າງ​ສູ່​ສິ່ງ​ທີ່​ດີກວ່າ​ຫລື​ບໍ່?