spot_img
HomeມູມໄອທີລາວSamsung Galaxy S7 ຈະໃຊ້ກ້ອງຈາກ Sony Xperia Z5

Samsung Galaxy S7 ຈະໃຊ້ກ້ອງຈາກ Sony Xperia Z5

Published on

ເລີ່ມ​ມີ​ກະ​ແສ​ຂ່າວ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ ສຳລັບ Samsung Galaxy S7 ທີ່​ຫລ້າ​ສຸດ​ມີ​ລາຍ​ງານ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ນຳ​ກ້ອງ 20 ລ້ານ​ພິກ​ເຊລ ພ້ອມ​ເຊນ​ເຊີລ໌ ISOCELL ມາ​ໃຊ້​ເພື່ອ​ການ​ຖ່າຍ​ພາບ​ຄວາມ​ລະອຽດ​ທີ່​ສູງ​ຂຶ້ນ​ຈາກ 16 ລ້ານ​ພິກ​ເຊລ ແລະ​ໃນ​ຂະນະ​ດຽວ​ກັນ​ນີ້​ເອງ​ຍັງມີ​ຂໍ້​ມູນ​ເພີ່ມເຕີມ​ວ່າ​ເຊນ​ເຊີລ໌​ການ​ຖ່າຍ​ພາບ​ທີ່​ໃຊ້​ກັບ Sony Xperia Z5 ທາງ Samsung ສົນ​ໃຈ​ນຳ​ມາ​ໃຊ້​ກັບ Galaxy S7 ອີກດ້ວຍ

s7-600

ດ້ວຍ​ເຊນ​ເຊີລ໌ Sony IMX300 ສຳລັບ​ການ​ຖ່າຍ​ພາບ​ຕົວ​ໃໝ່ ຖືກ​ນຳ​ມາ​ໃຊ້​ກັບ Sony Xperia Z5 ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ບໍລິສັດ​ຜູ້​ພັດທະນາ​ຊອບແວລ໌​ປະ​ມວນ​ຜົນ​ພາບ ຢ່າງ DxoMark ຈົນ​ຖືກ​ຍົກ​ໃຫ້ເປັນ​ສະ​ມາດໂຟນ​ທີ່​ມີ​ກ້ອງ​ທີ່ສຸດ​ຂອງ​ປີ 2015 ແລະ​ຍັງ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ Samsung ຈົນ​ກໍ່​ໃຫ້​ເກີດ​ກະ​ແສ​ຂ່າວ​ວ່າ​ແບ​ຣນ​ດັງ​ຈາກ​ເກົາ​ຫລີ​ໃຕ້ ກຳ​ລັງ​ລຸກຂື້ນເຈລະຈາກັບ Sony ຂໍ​ໃຊ້​ເຊນ​ເຊີລ໌​ດັ່ງ​ກ່າວ ເພື່ອ​ນຳ​ມາ​ເປັນ​ສ່ວນ​ປະກອບ​ສຳຄັນ​ໃນ​ການ​ຖ່າຍ​ພາບ​ຂອງ Samsung Galaxy S7

ກະ​ແສ​ຂ່າວ​ຍັງ​ລະ​ບຸ​ເພີ່ມເຕີມ​ວ່າ​ທາງ Samasung ກຳ​ລັງ​ພິຈາລະນາ​ວ່າ​ຈະ​ໃຊ້​ເຊນ​ເຊີລ໌​ຂອງ Sony ກັບ​ເຊນ​ເຊີລ໌ ISOCELL ສະ​ຫລັບ​ກັນ ຫລື​ຈະ​ແບ່ງ Samsung Galaxy S7 ອອກ​ເປັນ​ຫລາຍ​ລຸ້ນ ແລ້ວ​ແຕ່​ພູມິພາກ​ທີ່​ເຮັດ​ຕະ​ຫລາດ

ດ້ວຍ​ຄຸນນະພາບ​ທີ່ດີເລີດຂອງ​ກ້ອງ Sony Xperia Z5 ຢ່າງເຊັ່ນ  ໂຟ​ກັດ​ອັດຕະໂນມັດ​ແບບ​ໄຮ​ບີດ​ທີ່​ວ່ອງໄວ​ແລະ​ຖືກຕ້ອງ 0.03 ວິ​ນາ​ທີ ພ້ອມ​ຄວາມ​ຄົມ​ແຈ້ງ​ທີ່ດີໃນ​ຄາວ​ດຽວ ເຮັດໃຫ້​ເວັບ​ໄຊຕ໌​ໃນ​ຕ່າງ​ປະເທດ​ຢ່າງ independent ແລະ pocket-lint ສະໜັບສະໜູນ​ວ່າ​ນີ້​ຄື​ສະ​ມາດ​ໂຟນ​ທີ່​ມີ​ກ້ອງ​ດີ​ທີ່ສຸດ​ຂອງ​ປີ 2015 ເຊັ່ນ​ດຽວ​ກັບ DxoMark

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...