Homeມູມໄອທີລາວເຟສບຸກບັງຄັບໃຫ້ທີມງານໃຊ້ Android ເພາະໃຊ້ iPhone ກັນຫລາຍເກີນໄປ

ເຟສບຸກບັງຄັບໃຫ້ທີມງານໃຊ້ Android ເພາະໃຊ້ iPhone ກັນຫລາຍເກີນໄປ

Published on

Facebook_android_1

ເຟ​ສບຸກບັງຄັບໃຫ້​ທີມ​ງານ​ປ່ຽນ​ໄປ​ໃຊ້ Android ເພາະ​ໃຊ້ iPhone ກັນ​ຫລາຍ​ເກີນ​ໄປ ໃຫ້​ຄວາມ​ສຳຄັນ​ກັບ​ການ​ພັດທະນາ​ແອັບ Facebook ເທິງ Android
ເມື່ອ​ວັນທີ່ 3 ພະ​ຈິກ ສຳ​ນັກ​ຂ່າວ Independent ໄດ້​ລາຍ​ງານ​ວ່າ Chris Cox ຫົວ​ໜ້າ​ຝ່າຍ​ຜະລິດຕະພັນ​ຂອງ​ເຟ​ສບຸກກຳ​ລັງ​ອອກ​ນະໂຍບາຍ​ບັງຄັບ​ລູກ​ທີມ​ຂອງ​ພວກເຂົາ​ໃຫ້​ປ່ຽນ​ໄປ​ໃຊ້​ສະ​ມາດໂຟນ Android ເນື່ອງ​ຈາກ​ປະຈຸບັນ​ມີພະ​ນັກ​ງານ​ເຟ​ສບຸກ​ໃຊ້ iPhone ກັນ​ຫລາຍ​ເກີນ​ໄປ ຊຶ່ງ​ການ​ທີ່​ພວກເຂົາ​ເຮັດ​ເຊັ່ນ​ນີ້​ບໍ່​ໄດ້​ເປັນ​ການ​ຕໍ່​ຕ້ານ iPhone ແຕ່​ຢ່າງ​ໃດ ພຽງ​ແຕ່​ພວກເຂົາ​ຢາກ​ໃຫ້​ທີມ​ງານ​ໄດ້​ໃຊ້​ງານ​ແອັບ Facebook ເທິງ Android ແລະ​ຮັບ​ຮູ້​ເຖິງ​ບັນຫາ​ທີ່​ຜູ້​ໃຊ້​ສ່ວນ​ໃຫຍ່​ຕ້ອງ​ປະ​ສົບ ເນື່ອງ​ຈາກ Android ເປັນ​ລະບົບ​ປະຕິບັດການ​ທີ່​ມີ​ຄົນ​ໃຊ້​ກັນ​ຫລາຍ​ທີ່ສຸດ​ໃນ​ໂລກ ດ້ວຍ​ຈຳນວນ​ຫລາຍ​ເຖິງ 82.8% ສ່ວນ​ຜູ້​ໃຊ້ iOS ໃນ​ໂລກ​ນັ້ນ​ມີ​ພຽງ 13.9% ເທົ່າ​ນັ້ນ
ຈາກ​ກໍລະນີ​ດັ່ງ​ກ່າວ​ສະແດງ​ໃຫ້​ເຫັນ​ວ່າ​ເຟ​ສບຸກ​ໃຫ້​ຄວາມ​ສຳຄັນ​ກັບ​ຜູ້​ໃຊ້​ເທິງ Android ແລະ ​ຕ້ອງ​ການ​ໃຫ້​ທີມ​ງານ​ພັດທະນາ​ປັບປຸງ​ແອັບ ໃຫ້​ຕອບ​ບັນຫາ​ຜູ້​ໃຊ້​ໄດ້​ດີ​ທີ່ສຸດ ຊຶ່ງ Chris Cox ໄດ້​ກ່າວ​ວ່າ​ຖ້າ​ຫາກ​ພວກເຂົາ​ບໍ່​ບັງຄັບ​ໃຫ້​ລູກ​ທີມ​ປ່ຽນ​ໄປ​ໃຊ້ Android ​ພວກເຂົາ​ກໍ​​ຈະ​ໃຊ້​ແຕ່ iPhone ກັນ​ໝົດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...