spot_img
Homeຂ່າວຕ່າງປະເທດLion Air ອິນໂດເນເຊຍຕົກກາງທະເລຫຼັງຂຶ້ນບິນພຽງ 13 ນາທີ! ທັງລຳມີຜູ້ໂດຍສານ 188 ຄົນ

Lion Air ອິນໂດເນເຊຍຕົກກາງທະເລຫຼັງຂຶ້ນບິນພຽງ 13 ນາທີ! ທັງລຳມີຜູ້ໂດຍສານ 188 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 29 ຕຸລາ 2018 ວ່າ ສຳນັກງານການບິນພົນລະເຮືອນແຫ່ງຊາດອິນໂດເນເຊຍອອກຖະແຫຼງການວ່າ ເຮືອບິນໂບອິ້ງ 737 Max8 ທ້ຽວບິນ JT610 ຂອງສາຍການບິນ Lion Air ທີ່ອອກເດີນທາງຈາກນະຄອນຫຼວງຈາກາຣ໌ຕາ ມຸ່ງໜ້າໄປສູ່ເມືອງ Pangkal Pinang ທາງພາກເໜືອຂອງອິນໂດເນເຊຍ ເມື່ອເວລາ 06.33 (ຕາມເວລາທ້ອງຖິ່ນ) ໄດ້ເກີດອຸບັດເຫດຕົກລົງກາງທະເລ ຫຼັງຈາກຂຶ້ນບິນໄດ້ພຽງ 13 ນາທີ.

ໂດຍລະຫວ່າງບິນທີ່ລະດັບ 1,524 ແມັດ ນັກບິນໄດ້ຕິດຕໍ່ມາທີ່ຫໍບັງຄັບການເພື່ອຂໍອະນຸຍາດວົນກັບຄືນສະໜາມບິນ ແຕ່ຍັງບໍ່ທັນດຳເນີນການເຮືອບິນລຳດັ່ງກ່າວກໍ່ຫາຍໄປຈາກຈໍເລດ້າ ແລະ ຫໍບັງຄັບການບິນບໍ່ສາມາດຕິດຕໍ່ໄດ້ອີກເລີຍ ເຊິ່ງຕໍ່ມາກໍ່ໄດ້ຮັບການຢືນຢັນວ່າເຮືອບິນດັ່ງກ່າວເກີດອຸບັດເຫດຕົກລົງທະເລນອກຝັ່ງເມືອງເບຄາຊີ ແຂວງ ຊວາຕາເວັນຕົກ ຂອງອິນໂດເນເຊຍ.

ຕົກລົງກາງທະເລເລິກປະມານ 30-40 ແມັດ ປະຈຸບັນຍັງບໍ່ມີລາຍງານເພີ່ມເຕີມ ສ່ວນທີມກູ້ໄພແມ່ນກຳລັງດຳເນີນການຄົ້ນຜູ້ສູນຫາຍ.

 

ຕອນນີ້ໜ້າເວັບໄຊສ໌ຂອງ Lion Air ແມ່ນໄດ້ປ່ຽນໄປເປັນສີດຳ ແລະ ໄດ້ເປີດສາຍດ່ວນໃຫ້ຍາດພີ່ນ້ອງຂອງຜູ້ປະສົບໄພໄດ້ຕິດຕໍ່ເຂົ້າມາໄດ້ທີ່ +62-21-8082-0002.

Lion Air ເປັນສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງອິນໂດເນເຊຍ ແລະ ຍັງເປັນລູກຄ້າລາຍໃຫຍ່ຂອງເຮືອບິນ Boeing Airbus ແຫ່ງອາຊີອີກດ້ວຍ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: BBC, BLOOMBERG
ຮູບປະກອບ: twitter/flightradar24, khaosod

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...