spot_img
Homeຂ່າວຕ່າງປະເທດiPhone ພັບໄດ້ໜ້າຈໍກ້ວາງ 7.5 - 8 ນິ້ວ ຈະເປີດຕົວໃນປີ 2023ນີ້

iPhone ພັບໄດ້ໜ້າຈໍກ້ວາງ 7.5 – 8 ນິ້ວ ຈະເປີດຕົວໃນປີ 2023ນີ້

Published on

ມີລາຍງານວ່າ Apple ເລີ່ມເຮັດການທົດສອບຮູບແບບຂອງ iPhone ຈໍພັບໄດ້ 2 ລຸ້ນທີ່ໂຮງງານ Foxconn ໃນປະເທດຈີນແລ້ວ.

ໂດຍລາຍງານຈາກສື່ UDN ເຜີຍວ່າ Apple ກຳລັງພັດທະນາ iPhone ຈໍພັບໄດ້ 2 ລຸ້ນ ເຊິ່ງລຸ້ນທຳອິດຈະເປັນຈໍພັບແຍກແບບ 2 ຈໍ ສ່ວນອີກລຸ້ນຈະເປັນການພັບແບບຝາພັບ ຄ້າຍກັບ Samsung Galaxy Z Flip ແລະ Lenovo Moto RAZR.

ຫຼ້າສຸດ, Ming-Chi Kuo ໄດ້ເຜີຍລາຍລະອຽດອອກມາ ໂດຍຄາດວ່າຈະມີໜ້າຈໍກ້ວາງ 7.5 – 8 ນິ້ວ ແລະ ຄາດວ່າຈະເປີດຕົວໃນປີ 2023 ເຫດຜົນທີ່ຕ້ອງໃຊ້ເວລາລໍຄອຍທີ່ຍາວນານຍ້ອນວ່າເທັກໂນໂລຢີຢູ່ໃນລະດັບ Mess Production ລວມເຖິງການພັດທະນາທີ່ Apple ຍັງເລີ່ມຕົ້ນເຮັດ ຄົງຕ້ອງລໍຖ້າໄປກ່ອນ.

ທາງດ້ານ Foxconn ໄດ້ເລີ່ມເຮັດການທົດສອບຄວາມທົນທານຂອງຮູບແບບຝາພັບ ເຊິ່ງຈາກການລາຍງານກ່ອນໜ້າເປີດເຜີຍວ່າ ຈະຕ້ອງທົນທານຕໍ່ການພັບໄດ້ຫຼາຍກວ່າ 100,000 ຄັ້ງ ແລະ ເມື່ອການທົດສອບສຳເລັດແລ້ວ Apple ຈະເລືອກໂມເດລທີ່ຜ່ານການທົດສອບໄດ້ດີທີ່ສຸດມາເປີດຕົວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...