spot_img
Homeຂ່າວຕ່າງປະເທດG20 ເນັ້ນການຄ້າເສລີ-ບໍ່ຄາດຫວັງເຈລະຈາ (ອາເມຣິກາ-ຈີນ)

G20 ເນັ້ນການຄ້າເສລີ-ບໍ່ຄາດຫວັງເຈລະຈາ (ອາເມຣິກາ-ຈີນ)

Published on

ບັນຍາກາດກ່ອນໜ້າການປະຊຸມສຸດຍອດກຸ່ມປະເທດເສດຖະກິດຂະໜາດໃຫຍ່ 20 ປະເທດ ຫຼື G20 ຊຶ່ງຈັດຂຶ້ນທີ່ນະຄອນໂອຊາກ້າ, ປະເທດຍີ່ປຸ່ນ ລະຫວ່າງວັນທີ 28-29 ມິຖຸນາ 2019 ຊຶ່ງມີປະເທດຍີ່ປຸ່ນເປັນປະທານຢູ່ລະຫວ່າງກຽມຈັດເຮັດໜັງສືຖະແຫຼງການຮ່ວມ ໂດຍມີລາຍລະອຽດມຸ່ງເນັ້ນເລື່ອງການສົ່ງເສີມການຄ້າເສລີ ແລະ ນະວັດຕະກຳທາງດ້ານເຕັກໂນໂລຊີ ຊຶ່ງເປັນກຸນແຈສຳຄັນຂອງເສດຖະກິດໂລກ ລວມເຖິງຄວາມຈຳເປັນທີ່ນາໆຊາດຈະຕ້ອງຮວມຕົວກັນສ້າງສັນໃນທາງບວກເພື່ອຜົນປະໂຫຍດຈາກການເຕີບໂຕຢ່າງໝັ້ນຄົງຊຶ່ງຈະສາມາດກະຈາຍໄດ້ຢ່າງທົ່ວເຖິງ.

ຢ່າງໃດກໍຕາມ ສຳນັກຂ່າວຕ່າງປະເທດກໍໄດ້ລາຍງານວ່າ ຈາກແຮງກົດດັນຂອງລັດຖະບານອາເມຣິກາໄດ້ເຮັດໃຫ້ໃນກອງປະຊຸມ G20 ຕັດຖ້ອຍຄຳຖະແຫຼງການເລື່ອງການຮຽກຮ້ອງໃຫ້ນາໆຊາດເຫັນຄວາມຈຳເປັນໃນການຕໍ່ຕ້ານລັດທິຄຸ້ມຄອງທາງການຄ້າຄືການປະຊຸມ G20 ຄັ້ງກ່ອນທີ່ບຣາຊິນ ເຊັ່ນດຽວກັບໜັງສືຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການເງິນ G20 ກ່ອນໜ້ານີ້ທີ່ຕັດການສົນທະນາເຖິງລັດທິຄຸ້ມຄອງທາງການຄ້າ.

ຂະນະທີ່ແຫຼ່ງຂ່າວໃນລັດຖະບານເປີດເຜີຍເຖິງການຫາລືລະຫວ່າງ ທ່ານ ໂດນັລ ທຣໍ້າ ປະທານາທິບໍດີອາເມຣິກາກັບ ທ່ານ ສີ ຈິ້ນຜິງ ປະທານາທິບໍດີ ສປ ຈີນ ໃນການປະຊຸມ G20 ວ່າບໍ່ໄດ້ຄາດຫວັງຈະໄດ້ຂໍ້ຕົກລົງການຄ້າ ແຕ່ຫວັງວ່າຈະເປັນການປູທາງໄປຕໍ່ ຫຼື ທັງສອງຝ່າຍອາດສະແດງຄວາມປາດຖະໜາດີດ້ວຍການບໍ່ຕັ້ງກຳແພງພາສີການຄ້າເພີ່ມຕື່ມ ເພື່ອໃຫ້ການເຈລະຈາເດີນໜ້າຕໍ່ໄປໄດ້ ພາຍຫຼັງທີ່ ທຣໍ້າ ຂູ່ຈະຕັ້ງກຳແພງພາສີສິນຄ້າຈີນເພີ່ມຕື່ມໃນມູນຄ່າ 325.000 ລ້ານໂດລາ ແລະ ຄວາມເປັນໄປໄດ້ທີ່ ທຣໍ້າ ຈະຫາລືກັບ ສີ ຈິ້ນຜິງ ໃນປະເດັນບໍລິສັດຮົວເຫວີຍຂອງຈີນວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງ.

ນອກຈາກປະເດັນສົງຄາມການຄ້າ ອາເມຣິກາ-ຈີນ ຜູ້ນຳ G20 ຍັງສະແດງຄວາມກັງວົນຕໍ່ສະຖານະການເຄັ່ງຕຶງໃນພູມີພາກຕາເວັນອອກກາງລະຫວ່າງອາເມຣິກາກັບອີຣ່ານ ສ່ວນບໍລິສັດດ້ານການລົງທຶນ 477 ແຫ່ງທົ່ວໂລກຮຽກຮ້ອງໃຫ້ກອງປະຊຸມ G20 ເລັງເຫັນເຖິງຄວາມຈຳເປັນໃນການແກ້ໄຂບັນຫາໂລກຮ້ອນເພື່ອບັນລຸເປົ້າໝາຍຂໍ້ຕົກລົງໂລກຮ້ອນທີ່ນະຄອນຫຼວງປາຣີເມື່ອປີ 2015 ແລະ ມີບາງປະເທດແມ່ນບໍ່ມີຄວາມເຫັນດີຕໍ່ການແກ້ໄຂບັນຫາດັ່ງກ່າວ.

 

 

 

ລາຍງານຈາກເມືອງໂອຊາກ້າ, ປະເທດຍີ່ປຸ່ນ

ຮູບພາບ ແລະ ຂໍ້ມູນຈາກ: G20 summit

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...