spot_img
Homeຊີວິດແລະຄວາມຮັກ9 ຂໍ້ດີຂອງການມີແຟນ

9 ຂໍ້ດີຂອງການມີແຟນ

Published on

ຄົນທີ່ມີແຟນຈະມີຫຼາຍສິ່ງທີ່ດີເຂົ້າມາໃນຊີວິດຂອງຕົນເອງ ເພື່ອເຮັດໃຫ້ບໍ່ໄດ້ເຫງົາຢູ່ຄົນດຽວອີກຕໍ່ໄປ ແລະຈະມີຊີວິດທີ່ດີຂຶ້ນກວ່າການບໍ່ມີແຟນ, ໄປໃສກໍມີແຟນໄປນຳ ເຮັດໃຫ້ຊີວິດໃນແຕ່ລະວັນມີຄວາມສຸກຂຶ້ນ

  1. ມີຄູ່ຄິດ: ເວລາທີ່ເຮົາມີບັນຫາກໍຈະຊ່ວຍແກ້ໄຂບັນຫາ ແລະຮັບຟັງເຮົາໄດ້ທຸກຢ່າງ, ມີຄົນຊ່ວຍຕັດສິນໃຈ, ໃຫ້ຄຳປຶກສາ, ບາງຄັ້ງເຂົາອາດບໍ່ສາມາດຊ່ວຍຫຍັງເຮົາໄດ້ ແຕ່ກໍຄອຍຢູ່ຂ້າງໆ ແລະເປັນກຳລັງໃຈໃຫ້
  2. ມີໝູ່ຫຼິ້ນ: ເຖິງແມ່ນວ່າເຮົາຈະໃຫຍ່ແລ້ວ ແຕ່ເຮົາກໍສາມາດສະແດງຄວາມເປັນເດັກນ້ອຍໃຫ້ແຟນເຫັນໄດ້
  3. ມີວັນພິເສດ: ສຳລັບຄົນທີ່ມີແຟນນັ້ນ ພໍຮອດມື້ພິເສດມາ ກໍຈະບໍ່ເຫງົາຢູ່ຄົນດຽວ ມີຄູ່ພາໄປທ່ຽວ, ໄປກິນເຂົ້າ ເຊິ່ງຕ່າງຈາກຄົນໂສດ
  4. ມີຄົນຄອຍເບິ່ງແຍງດູແລ: ໃນເວລາທີ່ເຮົາບໍ່ສະບາຍ, ບໍ່ສະບາຍໃຈ ເຮົາກໍຈະມີແຟນທີ່ຄອຍດູແລຫ່ວງໄຍເຮົາຕະຫຼອດ
  5. ໝັ້ນໃຈໃນຕົນເອງຫຼາຍຂຶ້ນ: ການມີແຟນເຮັດໃຫ້ເຮົາໝັ້ນໃຈໃນຕົນເອງຫຼາຍຂຶ້ນ ເພາະຈະມີແຟນທີ່ໃຫ້ກຳລັງໃຈ, ເປັນທີ່ປຶກສາ ແລະເຮັດຫຍັງເຮົາກໍໝັ້ນໃຈຂຶ້ນ
  6. ມີສັງຄົມຫຼາຍຂຶ້ນ: ເພາະເຂົາຈະພາເຮົາອອກໄປຮູ້ຈັກກັບພໍ່ແມ່, ຍາດຕິພີ່ນ້ອງ ແລະຮູ້ຈັກໝູ່ເພື່ອນຂອງເຂົາ ແລະເຮັດໃຫ້ມີໝູ່ຄູ່ ຄົນທີ່ຮູ້ຈັກຫຼາຍຂຶ້ນ, ນອກນັ້ນ ຍັງເຮັດໃຫ້ເຮົາຮູ້ຈັກປັບໂຕ ໃຫ້ເຂົ້າກັບຄົນອ່ນໄດ້ອີກດ້ວຍ
  7. ມີຄົນພາໄປທ່ຽວ: ການທີ່ເຮົາມີແຟນຈະເຮັດໃຫ້ ເຮົາຢາກໄປໃສແຟນກໍພາໄປ ແລະໄດ້ເຫັນຫຼາຍບ່ອນອີກ
  8. ເປັນໂຕຂອງໂຕເອງ: ສຳລັບສາວໆທີ່ມີແຟນ ຈະເຮັດໃຫ້ເປັນໂຕຂອງຕົນເອງຫຼາຍທີ່ສຸດ ເພາະບໍ່ຕ້ອງອາຍ ແຕ່ຈະເປັນໂຕເອງກັບແຟນຄົນດຽວເທົ່ານັ້ນ
  9. ເຮັດໃຫ້ເຮົາຮູ້ຂໍ້ເສຍຂອງຕົນເອງ: ເພາະການມີແຟນ ຈະເຮັດໃຫ້ເຮົາໄດ້ຮຽນຮູ້ຕົວຕົນຂອງແຟນ ແລະຂອງຕົນເອງຫຼາຍຂຶ້ນ, ຮູ້ຈັກຂໍ້ເສຍຂອງຕົນເອງ ເພາະແຟນເປັນຄົນບອກ ເພາະເຂົາຈະຕິ ເພື່ອເຮັດໃຫ້ແຟນຂອງຕົນເອງປ່ຽນແປງເພື່ອເຂົາ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...