spot_img
Homeຄວາມງາມໜັງທ້ອງລາຍ ບໍ່ເປັນຕາຢ້ານ ປ້ອງກັນໄດ້

ໜັງທ້ອງລາຍ ບໍ່ເປັນຕາຢ້ານ ປ້ອງກັນໄດ້

Published on

ກ່ອນອື່ນ ມາຊອກຮູ້ສາເຫດຂອງ ທ້ອງລາຍ ເພື່ອຫາທາງປ້ອງກັນ:

1. ຜິວໜັງຂະຫຍາຍໂຕກັບການຂະຫຍາຍໂຕຂອງມົດລູກ ໂດຍສະເພາະຜູ້ທີ່ມີຜິວແຫ້ງຈະເປັນງ່າຍ.
2. ນໍ້າໜັກໂຕແມ່ມານເພີ່ມຂຶ້ນໄວເກີນໄປ ຈະເຮັດໃຫ້ຜິວແຕກລາຍເພີ່ມຂຶ້ນ.
3. ການເກົາເມື່ອຮູ້ສຶກຄັນຜິວໜັງທີ່ພວມແຕກລາຍ ຈະເພີ່ມການເກີດທ້ອງລາຍຫລາຍຂຶ້ນ.
4. ການນອນສະແຄງ ເຮັດໃຫ້ທ້ອງອຽງຫລາຍ ຜິວໜັງດ້ານກົງກັນຂ້າມຈະຖືກຈ່ອງເຮັດໃຫ້ທ້ອງລາຍຫລາຍຂຶ້ນ.

ມາພາກັນລືມເລື່ອງທ້ອງລາຍ ຊຶ່ງເປັນສິ່ງທີ່ເປັນຕາຢ້ານສຳລັບແມ່ໃໝ່ກັນເຖາະ

1. ເບິ່ງແຍງນໍ້າໜັກໂຕໃຫ້ຂຶ້ນຕາມເກນທີ່ເໝາະສົມ ເດືອນລະປະມານ 2 ກ.ກ ຢ່າໃຫ້ຂຶ້ນໄວເກີນໄປ ຜິວໜັງຈະໄດ້ຍຶດໂຕຊ້າໆ ຕໍ່ເນື່ອງ ແລະ ປັບສະພາບຜິວບໍ່ໃຫ້ແຕກລາຍໄດ້.
2. ຫລີກເວັ້ນການອາບນໍ້າຮ້ອນ ເພາະຈະເຮັດໃຫ້ຜິວໜັງແຫ້ງຫລາຍຄັນຫລາຍ ເຮັດໃຫ້ຜິວແຕກລາຍຫລາຍຂຶ້ນ.
3. ເມື່ອຄັນຕາມຜິວໜັງບໍ່ຄວນເກົາ ຄວນໃຊ້ວິທີລູບທ້ອງແບບຄ່ອຍໆໝັ່ນຕັດເລັບໃຫ້ສັ້ນ ເພື່ອປ້ອງກັນການຫລົງເກົາໃນເວລານອນຫລັບ.
4. ຫລຸດຜ່ອນອາການຄັນດ້ວຍການທານໍ້າມັນໝາກກອກ ຄຣີມ ໂລຊັ້ນເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ຜິວໜັງ.
5. ສ້າງຄວາມຊຸ່ມຊື່ນໃຫ້ຜິວໜັງ ດ້ວຍການດື່ມນໍ້າໃຫ້ພຽງພໍ.
6. ກິນຜັກ ແລະ ໝາກໄມ້ສົດໃຫ້ຫລາຍເພື່ອບໍາລຸງຜິວໃຫ້ນຸ້ມນວນ ຊຸ່ມຊື່ນ.
7. ໝັ່ນອອກກໍາລັງກາຍຄ່ອຍໆ ໃຫ້ຜິວໜັງແຂງແຮງເຊັ່ນ: ຍ່າງ ລອຍນໍ້າເພື່ອຫລຸດໂອກາດເກີດຮອຍແຕກລາຍ.
8. ຫາໝອນມາຮອງທ້ອງຂະນະນອນສະແຄງ ເພື່ອຊ່ວຍໃຫ້ຮູ້ສຶກສະບາຍ ແລະ ຫລຸດການຈ່ອງດຶງຂອງຜິວໜັງດ້ານກົງກັນຂວ້າມ.
9. ໃສ່ຊຸດຊັ້ນໃນ ຊ່ວຍຊູນໍ້າໜັກ ບໍ່ໃຫ່ຖ່ວງນໍ້າໜັກຜິວໜັງບໍລິເວນໜ້າທ້ອງຫລາຍເກີນໄປ
10. ຖ້າຄິດຈະໃຊ້ຢາທາ ໃຊ້ ເລເຊີປົວທ້ອງລາຍ ຕ້ອງປຶກສາແພດໝໍ ເພື່ອຄວາມປອດໄພຕໍ່ລູກໃນທ້ອງ.

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...