spot_img
Homeຂ່າວຕ່າງປະເທດໄພແຫ້ງແລ້ງຢູ່ອາຊີ ອາດດຶງຜົນຜະລິດເຂົ້າຫລຸດລົງ ຄາດສົ່ງຜົນລາຄາເຂົ້າ ມີທ່າອ່ຽງແພງຂຶ້ນ!

ໄພແຫ້ງແລ້ງຢູ່ອາຊີ ອາດດຶງຜົນຜະລິດເຂົ້າຫລຸດລົງ ຄາດສົ່ງຜົນລາຄາເຂົ້າ ມີທ່າອ່ຽງແພງຂຶ້ນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ພຶດສະພາຜ່ານມານີ້ວ່າ ປີນີ້ຜົນຜະລິດເຂົ້າອາດຈະຫລຸດລົງ ເປັນຄັ້ງທຳອິດໃນຮອບ 6 ປີ ຈາກສະພາວະໄພແຫ້ງແລ້ງ ທີ່ເປັນຜົນພວງຂອງປະກົດການເອວນິໂຢ ໃນພື້ນທີ່ສາມປະເທດ ຜູ້ສົ່ງອອກເຂົ້າລາຍໃຫຍ່ຂອງໂລກຢູ່ອາຊີ ກຳລັງປະສົບພົບພໍ້ໃນປັດຈຸບັນ ເຮັດໃຫ້ເປັນການເພີ່ມຄວາມສ່ຽງ ທີ່ລາຄາເຂົ້າຈະກັບຄືນມາທະຍານຂຶ້ນສູງອີກເທື່ອໜຶ່ງ.

ນັກເສດຖະສາດຫລາຍທ່ານໄດ້ຊີ້ໃຫ້ເຫັນວ່າ ໃນປັດຈຸບັນ ສາເຫດທີ່ລາຄາເຂົ້າ ຍັງບໍ່ທັນມີປະຕິກິລິຍາສູງຂຶ້ນເທື່ອນັ້ນ ແມ່ນຍ້ອນອິນເດຍ ແລະ ໄທ ຍັງມີເຂົ້າໃນສາງລົ້ນຕະຫລາດຢ່າງມະຫາສານ, ແຕ່ຄາດວ່າຫລັງຈາກໝົດປີ 2016 ນີ້ ຈະເຮັດໃຫ້ປະລິມານເຂົ້າໃນສາງຫລຸດລົງ ແລະ ຈະເກີດມີການເໜັງຕີງຂອງລາຄາເຂົ້າສູງຂຶ້ນຢ່າງແນ່ນອນ.

ທັງນີ້ ເນື່ອງຈາກຄື້ນຄວາມຮ້ອນ ໄດ້ປົກຄຸມປະເທດອິນເດຍ ຊຶ່ງເປັນຜູ້ຜະລິດເຂົ້າລາຍໃຫຍ່ ອັນດັບໜຶ່ງຂອງໂລກ ແລະ ອັນດັບທີສອງຄື ປະເທດໄທ, ສ່ວນຜູ້ຜະລິດລາຍໃຫຍ່ອັນດັບທີສາມຢ່າງຫວຽດນາມ ກໍກຳລັງປະສົບກັບບັນຫາໄພແຫ້ງແລ້ງ ຊຶ່ງທັງສາມປະເທດດັ່ງກ່າວນີ້ ສົ່ງອອກເຂົ້າລວມກັນແລ້ວ ກວມ 60% ຂອງປະລິມານເຂົ້າທົ່ວໂລກ.

 
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...