ໄທ-ຈີນ ຈະເພີ່ມທະວີຮ່ວມມືດ້ານເສັ້ນທາງລົດໄຟ

ຕາມຂ່າວ ຕ່າງປະເທດ, ເມື່ອບໍ່ດົນມານີ້, ເຈົ້າໜ້າທ່ີ ຂັ້ນສູງໄທໃຫ້ຮູ້ວ່າ  ປະເທດນີ້ ແລະ ຈີນ ຈະເພີ່ມທະວີຮ່ວມມື ໂຄງການ ກໍ່ສ້າງເສັ້ນທາງ ລົດໄຟ ເຊື່ອມຈອດ ລະຫວ່າງ ນະຄອນຣາດຊາສີມາ ແລະ ບາງກອກ, ເຊິ່ງມີຄວາມຍາວ 253 ກິໂລແມັດ ໂດຍຈະເລີ່ມຕົ້ນ ເຂົ້າສູ່ການ ເຄື່ອນໄຫວ ໃນເດືອນ ພະຈິກນີ້.

ເມື່ອເດືອນ ກໍລະກົດ ຜ່ານມາລັດຖະບານໄທໄດ້ອະນຸມັດບ້ວງເງິນ 5 ຕື້ໂດລາສະຫະລັດ ເພື່ອກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງລະຫວ່າງ ໄທ ແລະ ຈີນ.

ຄາດວ່າ ໄລຍະທຳອິດ ຈະມີຄວາມຍາວ 250​ ກິໂລແມັດ ເພື່ອເຊື່ອມຈອດ ລະຫວ່າງ ບາງກອກ ແລະ ນະຄອນຣາດຊາສີມາ ຫລື ຮຽກວ່າໂຄລາດ ແລະ ຈະເປີດກວ້າງ ອອກໄປເຖິງ ໜອງຄາຍ, ເຊິ່ງເປັນ ເຂດຊາຍແດນ ລະຫວ່າງ ໄທ ແລະ ສປປລາວ ເພື່ອແນໃສ່ ເຊື່ອມຈອດ ກັບທາງພາກໃຕ້ ຂອງ ຈີນ

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ