Homeຂ່າວທ້ອງຖິ່ນ6 ເດືອນຕົ້ນປີ ຄອບຄົວທຸກຍາກຫລຸດລົງຫລາຍກວ່າ 6.000 ຄອບຄົວ

6 ເດືອນຕົ້ນປີ ຄອບຄົວທຸກຍາກຫລຸດລົງຫລາຍກວ່າ 6.000 ຄອບຄົວ

Published on

 6 ​ເດືອນ​ຕົ້ນ​ປີນີ້ ຄອບຄົວ​ທຸກ​ຍາກ​ຫລຸດ​ລົງ 6.546 ຄອບຄົວ (​ແຜນການ 5.580 ຄອບຄົວ), ລຶບລ້າງ​ບ້ານ​ທຸກ​ຍາກ​ໄດ້ 83 ບ້ານ ​ເທົ່າ​ກັບ 46,6% ທຽບ​ໃສ່​ແຜນການ 178 ບ້ານ. ອີງ​ຕາມ​ຜົນສຳ​ຫລວດ​ການ​ໃຊ້​ຈ່າຍ ​ແລະ​ ການ​ຊົມ​ໃຊ້​ຄົວ​ເຮືອນ​ຄັ້ງ​ທີ 5 (2012-2013) ສະ​ເລ່ຍອັດຕາ​ຄວາມທຸກ​ຍາກ​ໄດ້​ຫລຸດ​ລົງ​ຍັງ23,2%, ​ແຕ່​ມີ​ຄວາມ​ແຕກ​ໂຕນ​ກັນຫລາຍ ​ໃນ​ແຕ່ລະ​ທ້ອງ​ຖິ່ນ ​ເຊັ່ນ: ແຂວງ​ທີ່​ມີຄວາມທຸກ​ຍາກ​ຫລາຍກວ່າ​ໝູ່​ແມ່ນ ​ແຂວງ​ສາລະ​ວັນ (49,8%), ບໍ່​ແກ້ວ (44%), ​ເຊ​ກອງ (42,7%), ຫົວພັນ (39,2%), ຊຽງ​ຂວາງ (31,9%) ​ແລະ ແຂວງອຸດົມ​ໄຊ (30,1%), ຊຶ່ງ​ຂໍ້​ມູນ​ດັ່ງກ່າ​ວ​ໄດ້​ລາຍ​ງານຢູ່​ໃນ​ກອງ​ປະ​ຊຸມ​ ສ​ະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ​ໂດຍ​ທ່ານ​ ສຸພັນ ແກ້ວມີໄຊ ລັດ​ຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ.

​ລັດຖະບານ​ໄດ້​ເອົາ​ໃສ່​ ໃນ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ຕັ້ງໜ້າ​ ​ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ ໃນ​ຂົງ​ເຂດ​ວັດທະນະທຳ-ສັງຄົມ ​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ ​ໄປ​ຄຽງ​ຄູ່​ກັບ​ຂົງ​ເຂດ​ເສດຖະກິດ ​ແລະ ຂົງ​ເຂດ​ອື່ນໆ ທີ່​ຕິດ​ພັນ​ກັບ​ທິດ​ທາງ​ການ​ພັດທະນາ​ແບບ​ຍືນ​ຍົງ. ເພື່ອ​ສືບ​ຕໍ່​ແກ້​ໄຂ​ບັນຫາ​ດັ່ງກ່າວປີ 2017 ລັດຖະບານ ​ໄດ້​ສຸມ​ການ​ລົງທຶນ​ໃສ່​ວຽກ​ງານ ​ພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ​ໃນ 91 ຈຸດ​ສຸມ, ສ່ວນ​ໃຫຍ່​ແມ່ນ​ເລັ່ງ​ໃສ່ ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ທີ່​ຈຳ​ເປັນ ​ຄື: ກໍ່ສ້າງ​ ​ແລະ ສ້ອມ​ແປງເສັ້ນທາງ ລະຫວ່າງ​ເມືອງ​ຫາ​ບ້ານ, ບ້ານ​ຫາ​ບ້ານ, ຊົນລະ ປະທານ​ຂະໜາດ​ນ້ອຍ, ​ໂຮງຮຽນ, ສຸກສາລາ-ຖົງ​ຢາ​ປະຈຳ​ບ້ານ, ນ້ຳ​ລິນ, ວິດຖ່າຍ ​ແລະ ອື່ນໆ.

ນອກຈາກ​ນີ້, ຍັງ​ສຸມ​ໃສ່ 20 ຈຸດ​ສຸມ​ຂອງ​ລັດຖະບານ ປະຕິບັດ​ໄດ້ 9,2 ຕື້​ກີບ, ​ເທົ່າ​ກັບ 31,9% ຂອງ​ແຜນການ, ສຸມ​ໃສ່ 71 ຈຸດ​ສຸມ​ຂອງ​ທ້ອງ​ຖິ່ນ ປະຕິບັດ​ໄດ້ 45,11 ຕື້​ກີບ ​ເທົ່າ​ກັບ 60,1% ຂອງ​ແຜນການ, ສຸມ​ໃສ່ 145 ຈຸດ​ສຸມ​ຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຄົງ​ທີ່​ຂອງ​ປະຊາຊົນ ປະຕິບັດ​ໄດ້ 31,96 ຕື້​ກີບ ​ເທົ່າ​ກັບ 64,7% ຂອງ​ແຜນການ ​ແລະ ທຶນ​ສົມທົບ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ ປະຕິບັດ​ໄດ້ 11 ຕື້​ກີບ, ຊຶ່ງ​ບັນລຸ​ໄດ້​ຕາມ​ແຜນການ.

 

ແຫລ່ງຂ່າວ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...