spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໄຂມັນ ກ້ອງຜິວໜັງຊ່ວຍຕ້ານພະຍາດ

ໄຂມັນ ກ້ອງຜິວໜັງຊ່ວຍຕ້ານພະຍາດ

Published on

ดาวน์โหลด

ງານ​ວິ​ໄຈ​ໃໝ່​ພົບ​ຂໍ້​ມູນ​ທີ່​ໜ້າ​ຕົກໃຈ​ວ່າຊັ້ນ​ໄຂ​ມັນ​ກ້ອງ​ຜິວ​ໜັງ​ຂອງ​ຄົນ​ເຮົາບໍ່​ໄດ້​ຂາດ​ປະໂຫຍດ​ໂດຍ​ໝົດກົງ​ກັນ​ຂ້າມມັນ​ເປັນ​ສ່ວນ​ທຳອິດ​ຂອງ​ຮ່າງກາຍ​ທີ່​ມີ​ປະຕິ​ກິ​ລິ​ຍາ​ຕໍ່​ແບກ​ທີ​ເຣຍຫລື​ເຊື້ອ​ອະ​ໂຫລກ​ທີ່​ລ່ວງ​ລ້ຳ​ເຂົ້າ​ມາ​ແລະ​ເຮັດ​ຫນ້າທີ່​ຕໍ່​ຕ້ານ​ຍືດເວລາ​ໄວ້​ຈົນ​ເມັດ​ເລືອດ​ຂາວ​ເດີນທາງ​ມາ​ຮອດ​ຈຸດ​ທີ່​ເກີດ​ບາດ​ແຜ

ທ່ານໝໍ ລິ​ຊາລ​ ກັນ​ໂຣ ໝໍຜູ້​ຊ່ຽວຊານ​ດ້ານ​ຜິວ​ໜັງ​ຈາກ​ມະຫາ​ວິທະຍາ​ໄລ​ແຫ່ງ​ລັດ​ແຄ​ລິ​ຟໍເນຍສຳ​ນັກ​ການ​ແພດ​ຊານ​ດິ​ເອ​ໂກຊຶ່ງ​ເປັນ​ໜຶ່ງ​ໃນ​ທີມ​ວິ​ໄຈ​ດັ່ງ​ກ່າວ​ລະ​ບຸ​ວ່າ​ສິ່ງ​ທີ່​ຄົ້ນ​ພົບ​ເປັນ​ເລື່ອງ​ຄິດບໍ່​ເຖິງເພາະ​ບໍ່​ເປັນ​ທີ່​ຮູ້​ກັນ​ມາ​ກ່ອນ​ວ່າ​ຈຸລັງ​ໄຂ​ມັນ​ສາມາດ​ຜະລິດ​ສານ​ຕໍ່​ຕ້ານ​ຈຸລິນ​ຊີ​ຂຶ້ນ​ມາ​ເຮັດ​ຫນ້າທີ່​ຈັດການ​ກັບ​ມັນ​ໄດ້​ນໍາອີກ

ໃນ​ການສຶກສາ​ທີມ​ວິ​ໄຈ​ໃຫ້​ໜູທົດລອງ​ໄດ້ຮັບ​ເຊື້ອ​ແບກ​ທີ​ເຣຍສະ​ຕາ​ໄຟ​ໂລ​ຄອກ​ຄັດອໍ​ເລ​ອັດທີ່​ດື້​ຢາ​ເມ​ທິ​ຊິ​ລິນ(ເອັມ​ອາລ​ເອດ​ເອ)ຊຶ່ງ​ພົບ​ຕາມ​ຜິວ​ໜັງ​ຂອງ​ຄົນ​ແລະ​ດື້​ຢາ​ປະຕິ​ຊີວ​ນະ​ຫລາຍ​ຊະນິດລວມ​ທັງ​ອາດ​ເຮັດ​ໃຫ້​ເກີດ​ອາການ​ເຖິງ​ເສັຍຊີວິດ​ໄດ້ແລະ​ພົບ​ວ່າ​ຊັ້ນ​ໄຂ​ມັນ​ກ້ອງ​ຜິວ​ໜັງ​ຂອງ​ໜູ​ທົດລອງ​ບໍລິເວນ​ທີ່​ເປັນ​ບາດແຜ​ເປີດ​ຊຶ່ງ​ໄດ້ຮັບ​ເຊື້ອ​ເຂົ້າໄປ​ໜາ​ຂຶ້ນ ແລະ​ເຮັດ​ຫນ້າທີ່​ຜະລິດ​ສານ​ປະກອບ​ທີ່​ເອີ້ນວ່າ:ຄາ​ເທ​ໄລ​ຊິ​ດິນອອກ​ມາ​ເພື່ອ​ຈັດການ​ກັບ​ແບກ​ທີ​ເຣຍກ່ອນ​ທີ່​ລະບົບ​ພູ​ມ​ຄຸ້ມ​ກັນ​ຂອງ​ຮ່າງກາຍ​ຈະ​ສົ່ງ​ຈຸລັງ​ເມັດ​ເລືອດ​ຂາວ​ພິເສດ ຕົວຢ່າງນິວ​ໂຊ​ຟິນເຂົ້າ​ມາບໍລິເວນ​ທີ່​ເກີດ​ບາດແຜ​ເພື່ອ​ຂ້າ​ແບກ​ທີ​ເຣຍ​ທີ່​ລ່ວງ​ລ້ຳ​ເຂົ້າ​ມາ ຊຶ່ງ​ຕ້ອງ​ໃຊ້​ເວລາ​ດົນນານ

ນອກ​ຈາກ​ນັ້ນການສຶກສາ​ຍັງ​ພົບ​ອີກ​ວ່າ​ໜູ​ທີ່​ບໍ່​ມີ​ຈຸລັງ​ໄຂ​ມັນ​ທີ່​ສຸຂະພາບ​ສົມບູນ​ດີ​ຈະ​ລົ້ມ​ປ່ວຍ​ເລື້ອຍ​ໆກວ່າ​ແລະ​ຕິດ​ເຊື້ອ​ເອັມ​ອາລ​ເອດ​ເອ​ສາ​ຫັດ​ກວ່າ​ໜູ​ທີ່​ມີ​ຊັ້ນ​ໄຂ​ມັນ​ສົມບູນ

ຢ່າງໃດ​ກໍ​ຕາມການ​ວິ​ໄຈ​ເທື່ອ​ນີ້​ບໍ່​ໄດ້​ສະແດງ​ໃຫ້​ເຫັນ​ວ່າການ​ມີ​ຊັ້ນ​ໄຂ​ມັນ​ສະ​ສົມ​ຫລາຍ​ໆ ໃນ​ຮ່າງກາຍ​ຈະ​ເຮັດໃຫ້​ຮ່າງກາຍ​ໄດ້​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄດ້​ດີກວ່າ

ນອກ​ຈາກ​ນັ້ນ​ພາ​ວະ​ຕຸ້ຍ​ເກີນ​ຂີດແລະ​ພາ​ວະ​ຕໍ່​ຕ້ານ​ອິນ​ຊູ​ລິນຈະ​ເຮັດໃຫ້​ຈຸລັງ​ໄຂ​ມັນ​ບໍ່​ເຮັດ​ຫນ້າທີ່​ຕາມ​ປົກກະຕິ​ນໍາອີກ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...