spot_img
Homeຂ່າວຕ່າງປະເທດໂອຕຣິດ (Austria) ສັ່ງລ໋ອກດາວປະຊາຊົນອາຍຸຫຼາຍກວ່າ 12 ປີທີ່ຍັງບໍ່ໄດ້ຮັບວັກຊີນຕ້ານໂຄວິດ-19

ໂອຕຣິດ (Austria) ສັ່ງລ໋ອກດາວປະຊາຊົນອາຍຸຫຼາຍກວ່າ 12 ປີທີ່ຍັງບໍ່ໄດ້ຮັບວັກຊີນຕ້ານໂຄວິດ-19

Published on

ວັນທີ 14 ພະຈິກ 2021 ສໍານັກຂ່າວ CNN ລາຍງານວ່າ ທາງການໂອຕຣິດ ປະກາດໃຊ້ມາດຕະການລ໋ອກດາວກັບປະຊາຊົນຫຼາຍລ້ານຄົນ ທີ່ຍັງບໍ່ໄດ້ຮັບວັກຊີນ ຫຼື ສັກວັກຊີນຍັງບໍ່ຄົບໂດສ ເລີ່ມແຕ່ວັນທີ 15 ພະຈິກນີ້ ເປັນຕົ້ນໄປ ເພື່ອຮັບມືກັບຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນທີ່ຈະກາຍເປັນສະຖິຕິໃໝ່.

ນາຍົກລັດຖະມົນຕີໂອຕຣິດ (Austria) Alexander Schallenberg ກ່າວເມື່ອວັນທີ 14 ພະຈິກທີ່ຜ່ານມາວ່າ: ຈໍາເປັນຕ້ອງເພີ່ມອັດຕາການສັກວັກຊີນໃນແຕ່ລະບ້ານ ຍ້ອນຍັງຢູ່ໃນລະດັບທີ່ຕໍ່າຫຼາຍໃນຕອນນີ້.

 

ນາຍົກລັດຖະມົນຕີ ກະຊວງສາທາລະນະສຸກ ໂອຕຣິດ Wolfgang Mückstein ລະບຸວ່າ ພາຍໃຕ້ມາດຕະການໃໝ່ຂອງໂອຕຣິດ ປະຊາຊົນທີ່ອາຍຸຕໍ່າກວ່າ 12 ປີ ຈະໄດ້ຮັບການຍົກເວັ້ນຈາກການລ໋ອກດາວ ແຕ່ຜູ້ທີ່ມີອາຍຸ 12 ປີຂຶ້ນໄປ ທີ່ຍັງບໍ່ໄດ້ຮັບວັກຊີນ ຫຼື ຍັງບໍ່ໄດ້ຮັບວັກຊີນຄົບໂດສ ຈະສາມາດອອກຈາກບ້ານໄດ້ໃນກໍລະນີທີ່ຈໍາເປັນເທົ່ານັ້ນ ເຊັ່ນອອກໄປເຮັດວຽກ ຫຼື ຊື້ເຄື່ອງໃຊ້ຕ່າງໆ ໂດຍຈະປະຕິບັດມາດຕະການດັ່ງກ່າວຢ່າງໜ້ອຍ 10 ມື້ ເຊິ່ງຈະມີການກວດສອບທີ່ເຄັ່ງຄັດໂດຍຕໍາຫຼວດປະຈໍາຢູ່ພື້ນທີ່ຕ່າງໆ.

ໂອຕຣິດ ເປັນໜຶ່ງໃນປະເທດທີ່ມີອັດຕາການສັກວັກຊີນ​​ໂຄ​ວິ​ດ​ຕ່ຳ​ສຸດ​ໃນ​ຢູໂຣບຕາເວັນຕົກ ໂດຍມີ 65% ຂອງປະຊາກອນທັງໝົດທີ່ໄດ້ຮັບວັກຊີນຄົບໂດສແລ້ວ ໃນຂະນະທີ່ມີປະຊາກອນຈໍານວນຫຼາຍທີ່ຍັງຕໍ່ຕ້ານ ແລະ ອອກມາຕັ້ງຄໍາຖາມກ່ຽວກັບວັກຊີນໂຄວິດ-19 ເຊັ່ນກັນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...