spot_img
Homeຂ່າວທ້ອງຖິ່ນໂຍທາທິການ ແລະ ຂົນສົ່ງ ເລັ່ງສ້ອມແປງເສັ້ນທາງກາສີ - ເມືອງນານ ຖືກເຊາະເຈື່ອນ

ໂຍທາທິການ ແລະ ຂົນສົ່ງ ເລັ່ງສ້ອມແປງເສັ້ນທາງກາສີ – ເມືອງນານ ຖືກເຊາະເຈື່ອນ

Published on

295

ຂປລ. ​ເນື່ອງ​ຈາກ​ໄລຍະ​ຜ່ານ​ມາ​ ມີ​ຝົນຕົກໜັກ​ຕິດ​ຕໍ່​ກັນ​ຫລາຍ​ວັນ ​ເປັນສາ​ເຫດ​ໃຫ້​ເສັ້ນທາງ​ແຕ່​ກາສີຫາ​ເມືອງ​ນານ ​ທີ່​ເປັນ​ເສັ້ນທາງ​ກໍ່ສ້າງ​ໃໝ່ ຖືກ​ເຊາະ​ເຈື່ອນ ​ໃນ​ກິ​ໂລ​ແມັດ​ທີ 36 ​ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ ປັດຈຸບັນວິຊາການຈາກໂຄງການບູລະນະຮັກສາທາງຫລວງເຂດ 3 ໄດ້ສົມທົບກັບ ວິຊາການ ພະແນກໂຍທາທິການ ແລະ ຂົນສົ່ງ(ຍທຂ) ແຂວງວຽງຈັນ, ຫ້ອງການ ຍທຂ ເມືອງ, ພວມເລັ່ງສ້ອງແປງເສັ້ນທາງດັ່ງກ່າວ ​ໂດຍທາງວິຊາການ ໄດ້ດຳເນີນການແກ້ໄຂ ຕັດຕະລິ່ງທາງເບື້ອງເທິງ, ຫຍັບແລວທາງເຂົ້າດ້ານໃນ, ສ່ວນຕະລິ່ງທາງເບື້ອງນອກ ທີ່​ເປັນເຫວເລິກ ແມ່ນຈະຫາວິທີການແກ້ໄຂພາຍຫລັງໝົດລະດູຝົນນີ້.

ສະນັ້ນ ຈຶ່ງຂໍຝາກເຖິງຜູ້ໃຊ້ລົດ ໃຊ້ຖະໜົນຜ່ານເສັ້ນທາງດັ່ງກ່າວ ໃນໄລຍະນີ້ຈະມີຄວາມຫຍຸ້ງຍາກພໍສົມຄວນ ​ແລະ ຕ້ອງໄດ້ລະມັດລະວັງ ໃນການເດີນທາງ ເພື່ອຄວາມປອດໄພ ຂອງທ່ານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...