spot_img
Homeຂ່າວຕ່າງປະເທດແມັກຊິກໂກ ຕັ້ງເງິນນຳຈັບ ເອນ ຊາໂປ ເຈົ້າພໍ່ຄ້າຢາເສບຕິດແຫກຄຸກ ເຖິງ 3.8 ລ້ານໂດລາ!

ແມັກຊິກໂກ ຕັ້ງເງິນນຳຈັບ ເອນ ຊາໂປ ເຈົ້າພໍ່ຄ້າຢາເສບຕິດແຫກຄຸກ ເຖິງ 3.8 ລ້ານໂດລາ!

Published on

EyWwB5WU57MYnKOuXuZZFSD8mITBncoTCYCbhqLNWEHRcvwANr96cc

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ທາງການແມັກຊິກໂກ ໄດ້ຕັ້ງເງິນລາງວັນນຳຈັບ ທ້າວ ໂຈອາຄິນ ຄາຊິບັນໂດ ກຸດມັນ ໂລເອລາ ຫລື ເອນ ຊາໂປ ເຈົ້າພໍ່ຄ້າຢາເສບຕິດສູງເຖິງ 60 ລ້ານເປໂຊ ຫລື ປະມານ 3.8 ລ້ານໂດລາສະຫະລັດ ຫລັງຈາກທີ່ເຂົາສາມາດແຫກອອກຈາກຄຸກ ອັນຕິປລາໂນ ເຊິ່ງເປັນຄຸກຄວາມໝັ້ນຄົງສູງສຸດຂອງແມັກຊິກໂກ ໃນມື້ວັນທີ 11 ກໍລະກົດຜ່ານມາ.

ດ້ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງແມັກຊິກໂກໄດ້ລະບຸວ່າ ເອນ ຊາໂປ ສາມາດຫລົບໜີຈາກຄຸກດັ່ງກ່າວນີ້ໄດ້ ເນື່ອງຈາກເຂົາຕ້ອງໄດ້ຮັບການຊ່ວຍເຫລືອຈາກເຈົ້າໜ້າທີ່ຄ້າຍຄຸມຂັງແນ່ນອນ ເພາະເຂົາສາມາດຫລົບໜີໄດ້ໃນຂະນະທີ່ຖືກໃສ່ກຸນແຈມືທີ່ມີສັນຍານຕິດຕາມ ແລະ ຢູ່ໃນຄ້າຍຄຸມຂັງດັ່ງກ່າວນີ້ ກໍຍັງມີເຈົ້າໜ້າທີ່ອອກກວດກາເວນຍາມຢ່າງເຂັ້ມງວດ 24 ຊົ່ວໂມງ ໂດຍປັດຈຸບັນກະຊວງໄດ້ສັ່ງປົດຕຳແໜ່ງ ເຈົ້າໜ້າທີ່ຄ້າຍຄຸມຂັງລະດັບສູງແລ້ວ 3 ຄົນ ໃນນັ້ນແມ່ນມີຜູ້ອຳນວຍການຄ້າຍຂຸມຄັງດັ່ງກ່າວລວມຢູ່ນຳ.

ທັງນີ້ ທ້າວ ເອນ ຊາໂປ ໃຊ້ວິທີການຫລົບໜີອອກຈາກຄຸກດັ່ງກ່າວ ເນື່ອງຈາກມີການຂຸດອຸໂມງຂະໜາດ 50×50 ຊັງຕີແມັດ ຢູ່ບໍລິເວນຫ້ອງອາບນ້ຳ ເລິກໜ້າດິນເຖິງ 10 ແມັດ ແລະ ມີຄວາມຍາວເຖິງ 2.4 ກິໂລແມັດ ແລ້ວມີປ່ອງອອກຢູ່ບໍລິເວນສະຖານທີ່ກໍ່ສ້າງແຫ່ງໜຶ່ງນອກກຳແພງຄຸກ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...