spot_img
Homeນານາສາລະແຂງແຮງທັງໃຈ-ແຂງແຮງທັງກາຍ !

ແຂງແຮງທັງໃຈ-ແຂງແຮງທັງກາຍ !

Published on

ຄວາມແຂງແຮງທີ່ສົມບູນແບບຄືຕ້ອງແຂງແຮງທັງກາຍ ແລະ ໃຈແຕ່ຈະເຮັດແບບໃດລະ ສຸຂະພາບຈຶ່ງຈະແຈ່ມໃສທັງພາຍໃນພາຍນອກ ໃດ້ຢ່າງທີ່ຕ້ອງການ.

;l kl

1 ປຸກສະໝອງດ້ວຍນໍ້າຊາ

ໃນຕອນເຊົ້າແທນທີ່ຈະດື່ມກາເຟ ລອງປ່ຽນມາດື່ມນໍ້າຊາແທນ ເພາະມີຄາເຟອິນໜ້ອຍກວ່າຊາເຄິ່ງໜຶ່ງ ແລະ ມີແມງການິສທີ່ຊ່ວຍເຮັດໃຫ້ສະໝອງເຮັດວຽກໄດ້ດີມີປະສິດທິພາບຫຼາຍຂຶ້ນ.

2 ບໍ່ໃຊ້ລິຟທ໌

ໃນລິຟທ໌ ແຄບໆນັ້ນບໍ່ສາມາດລະບາຍອາກາດໄດ້ພຽງພໍ ຈຶ່ງມີເຊື່ອໂລກລອຍໂຕຢູ່ເປັນຈໍານວນຫຼາຍ ຖ້າປ່ຽນມາຂຶ້ນຂັ້ນໄດແທນນອກຈາກອາກາດຈະດີກວ່າແລ້ວ ເຮົາຍັງໄດ້ອອກກໍາລັງກາຍເຮັດໃຫ້ຫົວໃຈສູບເລືອດໄດ້ດີຂຶ້ນອີກ.

3 ອອກກໍາລັງກາຍເປັນປະຈໍາ

ການອອກກໍາລັງກາຍຈະກະຕຸ້ນໃຫ້ຮ່າງກາຍກະຕຸ້ນຮໍຣ໌ໂມນເອ໊ນໂດຟິນ ຊຶ່ງຊຶ່ງເປັນຮໍຣ໌ໂມນທີ່ເຮັດໃຫ້ອາລົມດີ ແລະ ກະຕຸ່ນການເຜົາຜານອາຫານ ເຮັດໃຫ້ບໍ່ຕູ້ຍອີກດ້ວຍ.

4 ໃຊ້ຖົງຢ່າງແບບໃໝ່

ຊ່ວຍໃຫ້ຄວາມຮູ້ສຶກໃນເວລາຮ່ວມເພດປ່ຽນໄປ ສ້າງຄວາມແປກໃຫມ່ໃຫ້ກັບໂຕເອງ ນອກຈາກນີ້ການໃຊ້ຖົງຢາງເປັນປະຈໍາຈະເຮັດໃຫ້ຫຼຸດຄວາມສ່ຽງເປັນມະເຮງປາກມົດລູກ.

5​ ເລີ່ມມື້ໃໝ່ດ້ວຍເມັດພືດ

ໄດ້ແກ່ຊີເຣລເມັດພືດ ນໍ້າຕານຕໍ່າກັບນົມທີ່ມີ ໄຂມັນຕໍ່າໜຶ່ງຖ້ວຍ  ເປັນອາຫານເຊົ້າທີ່ເໝາະກັບທຸກຄົນຮ່າງກາຍຈະໄດ້ຮັບທັງ   ໂປຼຕິນ ໄຟເບີຣ໌ ແປ້ງ ແລະ ວິຕາມິນ ແຮ່ທາດຕ່າງໆ ທີ່ຈໍາເປັນສໍາລັບໜຶ່ງມື້.

6 ກິນປາເປັນປະຈໍາ

ປາມີໂປຼຕິນສູງ ແລະ ຊ່ວຍກະຕຸ້ນສະໝອງໃຫ້ຕຶ່ນຕົວຢູ່ສະເໝີ  ຊ່ວຍຫຼຸດຄໍເລສເຕີຣອລ ແລະ ມີໄຂມັນທີ່ດີຕໍ່ຮ່າງກາຍ.

7 ຢຸດພັກ

ລະຫວ່າງການເຮັດວຽກໃນຕ້ອນກາງເວັນຄວນຫາເວລາຈັກ 10 ນາທີ ຢຸດພັກເພື່ອຢືດເສັ້ນຢືດເອັນ ຮ່າງກາຍຈະໄດ້ບໍ່ເມື່ອຍ ແລະ ເຮັດໃຫ້ເລືອດໄຫຼໝູນວຽນໄດ້ດີ ເຊັ່ນ ລຸກຂຶ້ນມາຢ່າງ ຫຼື ກົ້ມໂຕຂຶ້ນໆ ລົງໆ ກັບໂຕະເຮັດວຽກຂອງຕົນເອງ.

8 ກິນອາຫານທະເລ

ອາຫານທະເລ ມີວິຕາມິນ ບີ6 ຢູ່ເປັນຈໍານວນຫຼາຍຈະຊ່ວຍຫຼຸດອາການຕ່າງໆ ກ່ອນມີປະຈໍາເດືອນໄດ້ ແລະ ຍັງຊ່ວຍຫຼຸດອັດຕາການເປັນຄວາມຈໍາເຊື່ອໄດ້ເຖິງ 4​ເທົ້າ.

9 ໃຊ້ໄມ້ຖູແຂ້ວ ກໍາຈັດເສດອາຫານ

ເພາະເສດອາຫານຈະເຮັດໃຫ້ມີກິ່ນປາກ ຈຶ່ງຄວນກໍາຈັດອອກໄປເພື່ອຮັກສາແຂ້ວໃຫ້ແຂງແຮງ ແລະ ບຸກຄະລິກກະພາບທີ່ດີ.

10 ກິນເຕົ້າຫູ້

ຫຼີກລ່ຽງອາຫານທີ່ມີໄຂມັນ ແລະ ແຄລໍຣີສູງ ຫັນມາກິນໂປຼຕິນຈາກຖົ່ວເຫຼືອງ ເຊັ່ນ ເຕົ້າຫູ້ຖົ່ວເຫຼືອງ ນົມຖົວເລືອງ ຢ່າງໜ້ອຍອາທິດລະ 2-3 ຄັ້ງ ຈະສາມາດຫຼຸກແຄລໍຣີໄດ້ເຖິງ 100-150.

>> ຂອບໃຈhttp://www.krabork.com/2010/02/26/แข็งแรงที่กาย-แข็งแรงที่ใจ/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...