spot_img
Homeຂ່າວຕ່າງປະເທດເຮືອໂດຍສານຈີນຫລົ້ມກາງແມ່ນ້ຳແຢງຊີ ຜູ້ໂດຍສານຫລາຍກ່ວາ 400 ຄົນ ຍັງສູນຫາຍ!

ເຮືອໂດຍສານຈີນຫລົ້ມກາງແມ່ນ້ຳແຢງຊີ ຜູ້ໂດຍສານຫລາຍກ່ວາ 400 ຄົນ ຍັງສູນຫາຍ!

Published on

EyWwB5WU57MYnKOuXxyldEMnAHhL8jtyYSAiZkHgW6G4d0z56eaqpg

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນເວລາປະມານ 21:30 ໂມງຂອງມື້ວານນີ້ (1 ມິຖຸນາ) ໄດ້ເກີດເຫດເຮືອໂດຍສານ Easter Star ເຊິ່ງບັນທຸກຜູ້ໂດຍສານ ຈຳນວນ 458 ຄົນ ຫລົ້ມລົງໃນແມ່ນ້ຳແຢງຊີ ໃນເຂດແຂວງເຫີເປີ່ຍ ຜູ້ໂດຍສານຫລາຍກ່ວາ 400​ ຄົນຍັງຄົງສູນຫາຍ.

ແຫລ່ງຂ່າວໄດ້ລາຍງານວ່າ ເຮືອລຳດັ່ງກ່າວນີ້ໄດ້ພາຜູ້ໂດຍສານເດີນທາງ ມາຈາກເມືອງນານຈິງ ແຂວງຈຽງສູ ໂດຍມີຈຸດໝາຍປາຍທາງທີ່ເມືອງສົງຊິ່ງ ແຕ່ລະຫວ່າງທາງ ໄດ້ເກີດພາຍຸພັດລົມແຮງ ເຮັດໃຫ້ເລືອລຳດັ່ງກ່າວເສຍການຊົງຕົວ ແລ້ວຈົມລົງໃນແມ່ນ້ຳຢ່າງວ່ອງໄວ ໂດຍພາຍໃນເຮືອລຳດັ່ງກ່າວ ແມ່ນປະກອບມີຜູ້ໂດຍສານ 405 ຄົນ, ເຈົ້າໜ້າທີ່ບໍລິສັດນຳທ່ຽວ 5 ຄົນ ແລະ ລູກເຮືອອີກ 47 ຄົນ ໂດຍເຈົ້າໜ້າທີ່ສາມາດຊ່ວຍເຫລືອຜູ້ໂດຍສານ ແລະ ລູກເຮືອໄດ້ພຽງແຕ່ 12 ຄົນ ພາຍໃນມື້ວານນີ້.

ລ່າສຸດໃນວັນທີ 2 ມິຖຸນານີ້ ເຈົ້າໜ້າທີ່ກູ້ໄພໄດ້ຢັ້ງຢືນວ່າ ໄດ້ພົບສົບຜູ້ເສຍຊີວິດແລ້ວ 1 ຄົນ ໃນຂະນະດຽວກັນກໍສາມາດຊ່ວຍເຫລືອຜູ້ລອດຊີວິດໄດ້ເພີ່ມເປັນ 20 ຄົນ ເຊິ່ງຜູ້ໂດຍສານຫລາຍກ່ວາອີກ 400​ ຄົນນັ້ນ ຍັງຄົງສູນຫາຍຢູ່.

ພາຍຫລັງເກີດເຫດ ທ່ານປະທານາທິບໍດີ ສີ ຈິ້ນຜິງ ແຫ່ງ ສປ.ຈີນ ໄດ້ສັ່ງການໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ສຸມຄວາມພະຍາຍາມໃນການຊ່ວຍເຫລືອຊີວິດຜູ້ໂດຍສານ ທີ່ຍັງຄົງຕິດຢູ່ພາຍໃນເຮືອລຳດັ່ງກ່າວ ໃນຂະນະທີ່ນາຍົກລັດຖະມົນຕີ ຫລີ່ ເຄີ່ສຽງ ໄດ້ເດີນທາງລົງໄປສັ່ງການໂດຍກົງດ້ວຍຕົນເອງ ຢູ່ໃນພື້ນທີ່ປະສົບເຫດແລ້ວ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...