spot_img
Homeຂ່າວຕ່າງປະເທດເຮືອບິນສູ້ຮົບ MIG-29 ກອງທັບຣັດເຊຍ ຕົກລົງທະເລຂະນະເຝິກຊ້ອມ ນັກບິນດີດຕົວອອກປອດໄພ

ເຮືອບິນສູ້ຮົບ MIG-29 ກອງທັບຣັດເຊຍ ຕົກລົງທະເລຂະນະເຝິກຊ້ອມ ນັກບິນດີດຕົວອອກປອດໄພ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ພະຈິກນີ້ວ່າ ເຮືອບິນສູ້ຮົບ MIG-29 ຂອງກອງທັບຣັດເຊຍ ໄດ້ຕົກລົງໃນທະເລເມດິແຕຣານຽນ ຂະນະທີ່ນັກບິນກຳລັງເຝິກຊ້ອມ ນຳເອົາເຮືອບິນລົງຈອດ ເທິງກຳປັ່ນບັນທຸກເຮືອບິນ Admiral Kuznetsov ຊຶ່ງເປັນໜຶ່ງໃນກອງເຮືອກຳປັ່ນສູ້ຮົບຂອງຣັດເຊຍ ທີ່ຖືກສົ່ງໄປປະຈຳການໃກ້ກັບຊາຍຝັ່ງປະເທດຊີຣີ.

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາລະບຸວ່າ ສາເຫດທີ່ເຮັດໃຫ້ເຮືອບິນລຳດັ່ງກ່າວຕົກ ເກີດຈາກຄວາມຂັດຂ້ອງທາງເຕັກນິກ ລະຫວ່າງການເຝິກຊ້ອມບິນ ໂດຍເຮືອບິນຕົກຢູ່ຫ່າງຈາກກຳປັ່ນບັນທຸກເຮືອບິນ ພຽງບໍ່ພໍເທົ່າໃດກິໂລແມັດ, ສ່ວນນັກບິນ ສາມາດດີດຕົວອອກຈາກເຄື່ອງໄດ້ຢ່າງປອດໄພ ແລະ ໄດ້ຮັບການຊ່ວຍເຫລືອໂດຍໜ່ວຍກູ້ໄພແລ້ວ.

njpus24ncqkx5e1exlxl1i3xqkavpfz79syxula9q84
ກຳປັ່ນບັນທຸກເຮືອບິນ Admiral Kuznetsov ຂອງກອງທັບຣັດເຊຍ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...