spot_img
Homeຂ່າວພາຍ​ໃນເສດຖະກິດມະຫາພາກຍັງບອບບາງ! ລັດຈະບໍ່ຄໍ້າປະກັນເງິນກູ້ໃຫ້ວິສາຫະກິດອີກ

ເສດຖະກິດມະຫາພາກຍັງບອບບາງ! ລັດຈະບໍ່ຄໍ້າປະກັນເງິນກູ້ໃຫ້ວິສາຫະກິດອີກ

Published on

ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ກ່າວບາງຕອນສຳຄັນໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ ສຳລັບປີ 2019 ຕາມການຄາດຄະເນກັນວ່າ ເສດຖະກິດຍັງສືບຕໍ່ເຕີບໂຕໃນລະດັບ 6,7% ແຕ່ສະພາບຄ່ອງຕົວຈິງໃນລະບົບເສດຖະກິດຍັງມີຄວາມຝືດເຄືອງຢູ່ ເສດຖະກິດມະຫາພາກບາງຈຸດຍັງບອບບາງ,​ ລັດວິສາຫະກິດຂະໜາດໃຫຍ່ຍັງຢູ່ໃນໄລຍະການປັບປຸງ, ໜີ້ສິນການລົງທຶນຂອງລັດສະສົມມາຍັງມີຈຳນວນຫຼາຍ, ສະພາບງົບປະມານແຫ່ງລັດໂດຍລວມຍັງສືບຕໍ່ຫຍຸ້ງຍາກ ເປັນຜົນກະທົບຕໍ່ກັບການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ ໃນປີ 2019 ພໍສົມຄວນ.

ເວົ້າສະເພາະດ້ານງົບປະມານແຫ່ງລັດ ລັດຖະບານຈະສຸມໃສ່ຂະຫຍາຍຖານລາຍຮັບດ້ວຍການຫັນເອົາຫົວໜ່ວຍທຸລະກິດຂະໜາດກາງທີ່ເສຍອາກອນແບບມອບເໝົາໃຫ້ເຂົ້າສູ່ການຖືບັນຊີຢ່າງໜ້ອຍ 10% ຂອງຈຳນວນຫົວໜ່ວຍມອບເໝົາທັງໝົດທົ່ວປະ ເທດ ແລະ ນຳໃຊ້ການຄິດໄລ່ອາກອນມູນຄ່າເພີ່ມແບບມີກຳນົດ ແລະ ປັບປຸງໄປສູ່ການເຂົ້າລະບົບອາກອນມູນຄ່າເພີ່ມຕາມກົດ ໝາຍ, ປັບປຸງກົນໄກ, ຂັ້ນຕອນ ແລະ ການບໍລິການ ເພື່ອອຳນວຍຄວາມສະດວກໃຫ້ການດຳເນີນທຸລະກິດ ແລະ ການປະຕິບັດພັນທະຕໍ່ງົບປະມານໃຫ້ມີຄວາມສະດວກ​, ທັນສະໄໝ, ໂປ່ງໃສ, ວ່ອງໄວ ແລະ ມີປະສິດທິພາບ.

ນອກນັ້ນ, ລັດຖະບານຈະຢຸດຕິການກູ້ຢືມໃໝ່ທີ່ມີເງື່ອນໄຂທຸລະກິດ (ບໍ່ຜ່ອນຜັນ) ສຸມໃສ່ການກູ້ຢືມທີ່ມີເງື່ອນໄຂຜ່ອນຜັນສູງ ມີໄລຍະທົດແທນຄືນບໍ່ຕ່ຳກວ່າ 25 ປີ ແລະ ມີດອກເບ້ຍບໍ່ເກີນ 1,5% ເພື່ອນຳໃຊ້ເຂົ້າໃນສະພາບໂຄງການທີ່ເຫັນວ່າມີປະສິດທິຜົນ ແລະ ຈຳເປັນເທົ່ານັ້ນ,​ລັດຖະບານຈະບໍ່ຄໍ້າປະກັນເງິນກູ້ໃຫ້ແກ່ລັດວິສາຫະກິດໃນການປະຕິບັດໂຄງການຕ່າງໆ ເພື່ອສາມາດຄຸ້ມ ຄອງໜີ້ສິນໃຫ້ມີຄວາມໝັ້ນທ່ຽງ,​ ຍົກເວັ້ນກໍລະນີໂຄງການໃດທີ່ມີປະສິດທິຜົນທາງດ້ານເສດຖະກິດ ແລະ ສາມາດຮັບປະກັນການຊຳລະຕົ້ນທຶນ ແລະ ດອກເບ້ຍໄດ້ດ້ວຍຕົວເອງ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...