ຂ່າວຄາວກ່ຽວກັບເລື່ອງເລກເລື່ອງຫວຍ ໄລຍະນີ້ຮູ້ສຶກວ່າໜາຫູເປັນພິເສດ ໂດຍສະເພາະແມ່ນຂ່າວວ່າແມ່ຫວຍລັອກເລກ ໃນ 2 ງວດທີ່ຜ່ານມາ ແຕ່ວ່າກໍຍັງປາກົດເຫັນວ່າມີຄົນຖືກເລກເປັນແຖວ ຕໍ່ຄິວຫຼາຍມື້ຍັງບໍ່ໝົດ ຈົນມີຂ່າວວ່າບາງສາຂາເຖິງຂັ້ນປິດປະຕູ ຍ້ອນເງິນໝູນບໍ່ທັນ (ຈຶ່ງຍັງບໍ່ເປັນທີ່ຈະແຈ້ງວ່າ ເປັນຂ່າວຈິງຫຼືຂ່າວລວງ).
ມາມື້ນີ້ ກໍໄດ້ຍິນຕັ້ງແຕ່ເຊົ້າວ່າມີເລກບາງປ່ອງ ຫຼືບາງໂຕສັດແມ່ນຂາຍເຕັມຕັ້ງແຕ່ເຊົ້າແລ້ວ ເຊິ່ງຖືວ່າເປັນປາກົດການທີ່ບໍ່ເຄີຍມີມາ ສ້າງໃຫ້ມີສຽງກະຊິບກະຊາບ ເຖິງຄວາມຜິດປົກກະຕິດັ່ງກ່າວ ໃນງວດນີ້ ເລກສັດທີ່ບາງສາຂາຂາຍເຕັມໂຄຕ້າແຕ່ເຊົ້າມີ ເລກລີງ, ເລກນາກບິນ, ເລກງູ, ເລກຊ້າງ, ຂີ້ເຂັບ, ໄກ່, ເລກຄວາຍ, ເລກໝາ…
ລອງຕິດຕາມເບິ່ງນຳກັນວ່າເລກຈະຄິ້ວ ຕາມຜູ້ດ່ຽວເລກເພິ່ນບອກມາຄືກັບ 2 ຄັ້ງທີ່ຜ່ານມາຫຼືບໍ່ ຫຼືທ່ານຜູ້ອ່ານທ່ານໃດເປັນຄົນມັກຊື້ ຫຼືຂາຍເລກ ກໍຢ່າລືມປະກອບຄຳຄິດເຫັນເບິ່ງເດີວ່າ ສະພາບການຊື້-ຂາຍເລກມື້ນີ້ເປັນແນວໃດ ປົກກະຕິຫຼືບໍ່? ແລະຍັງອີກປະມານ 2 ຊົ່ວໂມງເຮົາກໍຊິໄດ້ຮູ້ນຳກັນທົ່ວປະເທດ.