spot_img
Homeຂ່າວທ້ອງຖິ່ນເມືອງໄກສອນ ພົມວິຫານ ຫາລືກຽມຕອບໂຕ້ ການລະບາດພະຍາດໄຂ້ຍຸງລາຍ

ເມືອງໄກສອນ ພົມວິຫານ ຫາລືກຽມຕອບໂຕ້ ການລະບາດພະຍາດໄຂ້ຍຸງລາຍ

Published on

ຂປລ. ອຳນາດ​ການ​ປົກຄອງ ​ເມືອງ​ໄກສອນ ພົມວິຫານ ​ແຂວງ​ສະຫວັນ​ນະ​ເຂດ ຈັດ​ກອງ​ປະຊຸມ​ຮ່ວມ​ກັບພາກສ່ວນທີ່ກ່ຽວຂ້ອງ ຈາກແຂວງ, ສາທາລະນະສຸກເມືອງ ແລະ ອຳນາດການປົກຄອງ ທັງ 67 ບ້ານ ໃນເທສະບານເມືອງ ​ເພື່ອຂໍການສະໜັບສະໜູນ ການຮ່ວມມືປ້ອງກັນ ການລະບາດຂອງພະຍາດໄຂ້ຍຸງລາຍ ​ໃນ​ວັນ​ທີ 5 ກໍລະກົດ 2016 ນີ້. ພ້ອມທັງປຶກສາຫາລືແລກປ່ຽນບົດຮຽນ ໃນການວາງແຜນໂຕ້ຕອບ ແລະ ມາດຕະການຄວບຄຸມ ການລະບາດຂອງພະຍາດດັ່ງກ່າວ.

ທັງນີ້ ນັບແຕ່​ວັນ​ທີ 1 ມັງກອນ 2016 ​ເຖິງ​ປັດຈຸບັນ ທົ່ວ​ເມືອງ​ກວດ​ພົບໄຂ້ຍຸງລາຍ ທັງໝົດ 14 ບ້ານ ແລະ ມີຈຳນວນຄົນເຈັບ 35 ຄົນ ​ແຕ່ຍັງບໍ່ພົບຜູ້ເສຍຊີວິດ, ​ຂະນະ​ທີ່ ປີ 2013 ໄດ້ມີການລະບາດຂອງພະຍາດ ເຮັດໃຫ້ມີຄົນເຈັບ 2.200 ກວ່າຄົນ ແລະ ເສຍຊີວິດ 3 ຄົນ, ສ່ວນປີ 2014-2015 ແມ່ນບໍ່ມີການລະບາດ ຂອງພະຍາດໄຂ້ຍຸງລາຍ ທັງນີ້ກໍ່ແມ່ນຍ້ອນການຮ່ວມມືກັນທຸກພາກສ່ວນ ຈຶ່ງສາມາດຄວບຄຸມ ແລະ ຢັບຢັ້ງໄດ້.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...