ເມືອງພຽງ ຈັດງານບຸນປີໃໝ່ເຜົ່າມົ້ງ ແລະ ເຜົ່າກຶມມຸ

2-7

ຫວ່າງແລ້ວນີ້ທີ່ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດງານບຸນປີໃໝ່ (ນໍ້ເປ້ເຈົາ) ຂອງເຜົ່າມົ້ງ ແລະ ບຸນເກຼີຂອງເຜົ່າກຶມມຸຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸດສະບົງ ຈະເລີນຜົນ ປະທານແນວລາວສ້າງຊາດເມືອງ, ມີທ່ານ ຕູ້ມົວ ບົວຕົງມົວ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ທ່ານ ສົມສິດ ຮອງຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ມີການນຳເມືອງ, ແຂກຖືກເຊີນຈາກເມືອງໄຊຍະບູລີ, ນັກທຸລະກິດ, ພໍ່ຄ້າຊາວຄ້າຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຢ່າງຫຼວງຫຼາຍ.

2-6

ໃນພິທີ ທ່ານ ທອງສຸກ ເຊັງທໍ່ ປະທານກວດກາພັກ-ລັດ ເມືອງ ທັງເປັນປະທານຈັດງານບຸນ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ຂອງງານບຸນນໍ້ເປ້ເຈົາເຜົ່າມົ້ງ ແລະ ບຸນເກຼີເຜົ່າກຶມມຸ ຊຶ່ງບຸນປະເພນີຂອງ 2 ເຜົ່າດັ່ງກ່າວ ໄດ້ປະຕິບັດສືບທອດຈາກບັນພະບູລຸດເປັນເວລາຍາວນານ. ງານດັ່ງກ່າວໄດ້ເລີ່ມຕົ້ນດ້ວຍ ການເຂົ້າສູ່ພິທີຕາມຮີດຄອງຂອງ 2 ເຜົ່າ ເພື່ອເປັນການປັດເປົ່າສິ່ງຊົ່ວຮ້າຍ ແລະ ສິ່ງທີ່ບໍ່ດີໃຫ້ໄປກັບປີເກົ່າ, ມີການບາສີສູ່ຂວັນ ແລະ ອວຍພອນຊຶ່ງກັນ ແລະ ກັນ ຕາມຮີດຄອງປະເພນີ, ພາຍໃນງານຍັງມີຫຼາຍກິດຈະກຳ ເປັນຕົ້ນແມ່ນງານປະກວດນາງທິດາເຜົ່າມົ້ງ ແລະ ເຜົ່າກຶມມຸ, ປະກວດນັກຮ້ອງສຽງດີ,​ ການສະແດງສິລະປະວັນນະຄະດີຂອງສອງເຜົ່າມີຄື: ກິດຈະກຳໂຍນໝາກຄອນ ທີ່ເປັນເອກະລັກຂອງເຜົ່າມົ້ງ ຕະຫຼອດເຖິງການແຂ່ງຂັນກິລາມວນຊົນ ປະເພດຕ່າງໆ, ການວາງຂາຍສິນຄ້າ, ອາຫານການກິນ ແລະ ຄົບງັນຕາມຮີດຄອງປະເພນີ ຢ່າງມີບັນຍາກາດຟົດຟື້ນມ່ວນຊື່ນ.

2-8

ການຈັດງານບຸນດັ່ງກ່າວນີ້ ກໍເພື່ອເປັນການອະນຸລັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງເຜົ່າເວົ້າສະເພາະ ກໍຄືປະຊາຊົນບັນດາເຜົ່າ ທີ່ຢູ່ພາຍໃນເມືອງໄວ້ໃຫ້ຍືນຍົງຕະຫຼອດໄປ ທັງເປັນການເຕົ້ ໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນ ລະຫວ່າງເພື່ອນມິດສະຫາຍ ຍາດຕິພີ່ນ້ອງ ທັງສົ່ງເສີມການທ່ອງທ່ຽວທາງວັດທະນະທຳຮີດຄອງປະເພນີ ເພື່ອໃຫ້ສົມກັບຍຸດທະສາດຂອງເມືອງ ທີ່ສ້າງເມືອງພຽງເປັນເມືອງຜະລິດສະບຽງ ອາຫານ, ຕິດພັນກັບການປຸງແຕ່ງ, ບໍລິການທາງຜ່ານທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.

 

ແຫລ່ງ​ຂ່າວ: ໜັງ​ສື​ພິມ​ປະ​ຊ​າ​ຊົນ