spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ ນ.ວ ຕັດສີນລົງໂທດຄູ່​ຄ້າຢາເສບ​ຕິດ ຈຳຄຸກ​ຜູ້​ລະ 5 ປີ

ສານ ນ.ວ ຕັດສີນລົງໂທດຄູ່​ຄ້າຢາເສບ​ຕິດ ຈຳຄຸກ​ຜູ້​ລະ 5 ປີ

Published on

2 thief

ໃນວັນທີ 13 ມັງກອນຜ່ານມາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ຈັນທີ ອາຍຸ 36 ປີຢູ່ບ້ານໂຊກຄຳ ເມືອງໄຊເສດຖາ ແລະ ນາງ ພີມມະສອນ (ໄກ່) ອາຍຸ 18 ປີ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຈຳຄຸກຄົນລະ 5 ປີພ້ອມປັບໃໝ 10 ລ້ານກີບ ໃນຂໍ້ຫາຮ່ວມ ກັນຄ້າຢາເສບຕິດ, ເຊິ່ງທັງສອງຖືກເຈົ້າໜ້າທີ່ຈັບຕົວ ເມື່ອເດືອນທັນວາ 2014 ຢູ່ເຮືອນພັກແຫ່ງໃນນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າ 72 ເມັດ ແລະ ຢາໄອ 8 ຫລອດ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານການສືບສວນ -ສອບສວນ ທ້າວ ຈັນທີ ຮັບສາລະພາບໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2013 ໂດຍຢາທີ່ເອົາມາຈຳໜ່າຍ ແມ່ນຮັບມາຈາກຂະບວນການຄ້າຢາເສບຕິດ ຢູ່ເມືອງໄຊເສດຖາ ເພື່ອຈຳໜ່າຍໃຫ້ກັບຊາວໜຸ່ມ ໃນເຂດບ້ານໂຊກຄຳ ວັງຊາຍ ໂພນສະຫວ່າງ ແລະ ບ້ານໃກ້ຄຽງ ໃນເມືອງໄຊເສດຖາ ແລະ ເມື່ອທ້າຍປີ 2013 ໄດ້ຮູ້ຈັກກັບ ນາງ ພິມມາສອນ ຈຶ່ງຮ່ວມກັນຄ້າຢາເສບຕິດ ເຊິ່ງມີທັງຢາບ້າ ແລະ ຢາໄອ ແລະ ຕົກມາຮອດທ້າຍປີ 2014 ຈຶ່ງຖືກເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...