spot_img
Homeຂ່າວຕ່າງປະເທດເດັກຈີນໄວ 13 ປີ ຫລົບໜີຈາກແກ້ງລັກເດັກ ໂດຍການຈື່ວິທີຈາກໜັງ

ເດັກຈີນໄວ 13 ປີ ຫລົບໜີຈາກແກ້ງລັກເດັກ ໂດຍການຈື່ວິທີຈາກໜັງ

Published on

news11ດັກ​ຊາຍ​ໄວ 13 ປີ ໃນ​ຈີນ​ຫລົບ​ໜີ​ຈາກ​ຫ້ອງ​ທີ່​ຖືກ​ກັກ​ຂັງ ດ້ວຍ​ວິທີ​ທີ່​ຈື່​ມາ​ຈາກ​ຮູບເງົາ​ ຫລັງ​ຖືກ​ລັກ​ພາ​ຕົວ​ໄປ​ຕັ້ງ​ແຕ່​ເດືອນ​ທີ່​ຜ່ານມາ

ສຳ​ນັກ​ຂ່າວ​ທ້ອງ​ຖິ່ນ​ໃນ​ຈີນ​ລາຍ​ງານ​ວ່າ ເດັກ​ຊາຍ Yi ໄວ 13 ປີ ຫລົບ​ໜີ​ຈາກ​ແກ້ງ​ລັກ​ພາ​ຕົວ​ໃນ​ສະພາບ​ຖືກ​ມັດ​ມື​ມັດ​ຕີນ ອີກ​ທັງ​ຍັງມີ​ຖົງ​ຢາງ​ຄຸມ​ຫົວ

ຕາມ​ຄຳ​ບອກ​ເລົ່າ​ຂອງ​ເດັກ​ຊາຍ Yi ບອກວ່າ ພວກເຂົາ​ຖືກ​ລັກ​ພາ​ຕົວ​ໄປ​ຕັ້ງ​ແຕ່​ວັນທີ່ 24 ກັນຍາ​ທີ່​ຜ່ານມາ ຈາກ​ຫມູ່ບ້ານ​ທີ່​ພວກເຂົາ​ອາໄສ​ຢູ່ໃນ​ມົນ​ທົນ​ເສ​ສວນ ໂດຍ​ເຫດ​ເກີດ​ຂຶ້ນ​ລະຫວ່າງ​ເດັກ​ຊາຍ​ຍ່າງ​ຢູ່​ພຽງ​ລຳ​ພັງ ຫລັງ​ຖືກ​ລັກ​ພາ​ຕົວ​ໄປ Yi ຖືກ​ພາ​ຕົວ​ໄປ​ຂັງ​ໄວ້​ທີ່​ອາ​ຄານ​ຫລັງ​ໜຶ່ງ

ແຕ່ Yi ຍັງ​ພະຍາຍາມ​ຫາ​ທາງ​ຫລົບ​ໜີ​ຈົນ​ໄດ້ ດ້ວຍ​ການ​ໂດດ​ອອກຈາກ​ຫ້ອງ​ຂັງ ໜີ​ອອກ​ມາຈົນ​ເຖິງທາງ​ທີ່​ມີ​ຜູ້​ຄົນ​ສັນ​ຈອນ​ໄປ​ມາ ແລະ​ມີ​ຄົນ​ຂັບ​ລົດ​​ຜ່ານມາ​ພົບ Yi ແລະ​ໃຫ້​ຄວາມ​ຊ່ວຍເຫລືອ ດ້ວຍ​ການ​ນຳ​ຕົວ​ສົ່ງ​ສະຖານີຕຳຫ​ລວດ

ຢ່າງໃດ​ກໍ​ຕາມ Yi ເລົ່າ​ວ່າ ທີ່​​ສາມາດ​ຫລົບ​ໜີ​ອອກ​ມາ​ໄດ້​ຢ່າງ​ປອດ​ໄພ​ນັ້ນ ເປັນ​ເພາະ​ວ່າ​ລາວ​ໄດ້​ເບິ່ງ​ຮູບເງົາ​ເລື່ອງ​ໜຶ່ງ ທີ່​ມີ​ເນື້ອ​ຫາ​ກ່ຽວກັບ​ແກ້ງ​ລັກພາຕົວ ແລະ​ຈື່​ວິທີ​ທີ່​ຕົວ​ລະ​ຄົນ​ໃນ​ຮູບເງົາໃຊ້​ຫລົບ​ໜີ​ມາ​ໃຊ້​ກັບ​ເຫດການ​ແທ້​

ດ້ານ​ເຈົ້າ​ຫນ້າທີ່​ຕຳ​ຫລວດ​ລາຍ​ງານ​ວ່າ ຂະນະ​ນີ້​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້ 1 ຄົນ ກຳ​ລັງ​ຢູ່​ລະຫວ່າງ​ການ​ສືບ​ສວນ​ຫາ​ສາ​ເຫດ​ແລະ​ແຮງ​ຈູງ​ໃຈ​ໃນ​ການ​ລັກ​ພາ​ຕົວໃນ​ເທື່ອ​ນີ້

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...