spot_img
Homeຂ່າວຕ່າງປະເທດຮົງກົງ ພົບໂລກຕັບອັກເສບE ແຜ່ຈາກໜູ ສູ່ຄົນຄັ້ງທຳອິດຂອງໂລກ

ຮົງກົງ ພົບໂລກຕັບອັກເສບE ແຜ່ຈາກໜູ ສູ່ຄົນຄັ້ງທຳອິດຂອງໂລກ

Published on

ມະຫາວິທະຍາໄລຮົງກົງ ອອກຖະແຫຼງທ້າຍເດືອນກັນຍາ 2018 ວ່າ: “ພົບເຊື້ອໄວຣັດຕັບອັກເສບE ໃນຮ່າງກາຍຂອງຄົນເປັນຄັ້ງທຳອິດຂອງໂລກ ທີ່ມີແບບດຽວກັບທີ່ພົບຢູ່ໃນໜູ ເຊິ່ງເປັນຊາຍຍອາຍຸ 56 ປີ  ເນື່ອງຈາກລົ້ົມປ່ວຍດ້ວຍໂລກຕັບອັກເສບຕັບE ແຕ່ເປັນໂລກຕັບອັກເສບE ທີ່ພົບເຫັນໃນໜູ ໂດຍການຕິດເຊື້ອຈາກໄວຣັດ.

ສໍານັກງານຂ່າວຕ່າງປະເທດ ລາຍງານຈາກເຂດບໍລິຫານພິເສດຮົງກົງ, ປະເທດຈີນ ເມື່ອວັນທີ 28 ກັນຍາ 2018 ວ່າ: “ມະຫາວິທະຍາໄລຮົງກົງ (ເອຊເຄຍູ) ອອກຖະແຫຼງການເມື່ອວັນສຸກ ພົບຊາຍຍອາຍຸ 56 ປີ ລົ້ົມປ່ວຍດ້ວຍໂລກຕັບອັກເສບE ເປັນການຕິດເຊື້ອຈາກໄວຣັດ ເຊິ່ງຕະຫຼອດໄລຍະເວລາທີ່ຜ່ານມາພົບສະເພາະໃນໜູເທົ່ານັ້ນ  ເຖິງວ່າຜູ້ປ່ວຍໄດ້ຮັບການຮັກສາຈົນອາການດີຂຶ້ນເປັນລໍາດັບແລ້ວກໍຕາມ ແຕ່ກໍລະນີດັ່ງກ່າວ, ຖືເປັນສັນຍານເຕືອນສໍາຄັນສໍາລັບໜ່ວຍງານສາທາລະນະສຸກ ເນື່ອງຈາກເຊື້ອໄວຣັດຕັບອັກເສບE ໃນຮ່າງກາຍຂອງຄົນ ແລະ ໃນໜູແມ່ນຄົນລະສາຍພັນກັນ”.

ທາງອອກຂອງການຮັບເຊື້ອຍັງບໍ່ຊັດເຈນ ແນວໃດກໍຕາມຜູ້ຊ່ຽວຊານ ໄດ້ຕັ້ງສົມມຸດຖານຂອງການໄດ້ຮັບເຊື້ອວ່າ: “ອາດເປັນເພາະຜູ້ປ່ວຍຮັບປະທານອາຫານປົນເປື້ອນຂອງໜູ ແລະ ຊາຍຄົນນີ້ເຄີຍໄດ້ຮັບການປ່ຽນຖ່າຍຕັບ ແລະ ຍັງອາໄສຢູ່ໃນສະຖານທີ່ ທີ່ມີໜູອີກດ້ວຍ”. ຂະນະທີ່ຂໍ້ມູນຈາກອົງການອະນາໄມໂລກ (UNESCO) ລະບຸວ່າມີຜູ້ປ່ວຍດ້ວຍໂລກຕັບອັກເສບE ປະມານປີລະ 20 ລ້ານຄົນທົ່ວໂລກ. ການຕິດຕໍ່ຂອງເຊື້ອໄວຣັດຕັບອັກເສບE ໃນຄົນມັກມາຈາກການດື່ມນໍ້າເປິເປື້ອນ ເຊິ່ງອາການເບື້ອງຕົ້ນແມ່ນຈະມີໄຂ້, ປວດຮາກ ແລະ ເກີດພາວະດີຊ່ານ ແຕ່ອາດສົ່ງຜົນໃຫ້ເກີດພາວະໄຕວາຍໃນຜູ້ປ່ວຍບາງຄົນ.

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ຮູບພາບຈາກ : AFP…; pixabay.com.

ແຫຼ່ງຂໍ້ມູນ :dailynews

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...