ອົງການ NASA ເຜີຍ ອຸນຫະພູມໂລກ ເດືອນເມສາ 2016 ທຳລາຍສະຖິຕິ ຮ້ອນຈັດທີ່ສຸດ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພຶດສະພາຜ່ານມານີ້ວ່າ ສະພາບອາກາດທີ່ຮ້ອນຈັດ ໃນເດືອນເມສາ 2016 ນີ້ ໄດ້ສ້າງສະຖິຕິໃໝ່ ກາຍເປັນເດືອນເມສາທີ່ຮ້ອນທີ່ສຸດ ເທົ່າທີ່ເຄີຍໄດ້ບັນທຶກມາ ໂດຍອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ ສະຫະລັດອາເມຣິກາ ຫລື (NASA) ໄດ້ເປີດເຜີຍຕົວເລກອຸນຫະພູມທົ່ວໂລກ ທັງພີ້ນຜິວດິນ ແລະ ທະເລ ໃນເດືອນເມສາທີ່ຜ່ານມາ ແມ່ນສູງຂຶ້ນເຖິງ 1.11 ອົງສາ ເມື່ອທຽບກັບອຸນຫະພູມສະເລ່ຍ ໃນເດືອນເມສາຂອງປີ 1951-1986 ຈຶ່ງເຮັດໃຫ້ປີ 2016 ໄດ້ສ້າງສະຖິຕິໃໝ່ ກາຍເປັນປີທີ່ຮ້ອນທີ່ສຸດ ນັບຕັ້ງແຕ່ໄດ້ມີການບັນທຶກອຸນຫະພູມໃນໂລກມາ.

ສະພາບອາກາດທີ່ຮ້ອນຈັດທົ່ວໂລກ ໃນເດືອນເມສາປີນີ້ ເປັນຜົນມາຈາກອິດທິພົນຂອງ ປະກົດການເອວນິໂຢ ໂດຍທ່ານ ແອນດີ ພິດແມນ ຜູ້ອຳນວຍການສູນ ARC Centre of Excellence for Climate System Science ຂອງມະຫາວິທະຍາໄລ ນິວເຊົ້າເວວສ໌ ໃນປະເທດອົດສະຕຣາລີ ໄດ້ກ່າວວ່າ ສິ່ງທີ່ໜ້າສົນໃຈ ຈາກອຸນຫະພູມຂອງໂລກ ເມື່ອເດືອນເມສາຜ່ານມາ ໄດ້ທຳລາຍສະຖິຕິເປັນເດືອນທີ່ມີອຸນຫະພູມສູງສຸດນັ້ນ ຄືການສະແດງໃຫ້ເຫັນຊັດເຈນວ່າ ສະພາບອາກາດຂອງໂລກ ກຳລັງມຸ່ງໜ້າໄປສູ່ທິດທາງທີ່ຮ້າຍແຮງ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!