Homeຂ່າວຕ່າງປະເທດ3 ຊາດ ສະຫະລັດຯ-ຍີ່ປຸ່ນ-ເກົາຫລີໃຕ້ ກຽມເປີດຊ້ອມຮົບ ສະກັດຂີປະນາວຸດ ຈາກເກົາຫລີເໜືອ!

3 ຊາດ ສະຫະລັດຯ-ຍີ່ປຸ່ນ-ເກົາຫລີໃຕ້ ກຽມເປີດຊ້ອມຮົບ ສະກັດຂີປະນາວຸດ ຈາກເກົາຫລີເໜືອ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພຶດສະພາຜ່ານມານີ້ວ່າ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສ.ເກົາຫລີ ຫລື ເກົາຫລີໃຕ້ ໄດ້ອອກມາລະບຸ ກຽມເປີດການຊ້ອມຮົບ 3 ຝ່າຍ ລະຫວ່າງ ສະຫະລັດອາເມຣິກາ, ຍີ່ປຸ່ນ ແລະ ເກົາຫລີໃຕ້ ໃນວັນທີ 28 ມິຖຸນາຈະມາເຖິງນີ້ ໃນບໍລິເວນນ່ານນ້ຳໃກ້ໆກັບລັດຮາວາຍ ປະເທດສະຫະລັດອາເມຣິກາ ໂດຍການຊ້ອມຮົບຮ່ວມກັນຄັ້ງນີ້ ຈະເປັນການເຝິກກວດຈັບ ແລະ ຕິດຕາມ ສິ່ງສົມມຸດວ່າ ເປັນຂີປະນາວຸດທີ່ຍິງມາຈາກເກົາຫລີເໜືອ.

ດ້ານສຳນັກຂ່າວຢອນຮັບ ຂອງເກົາຫລີໃຕ້ ໄດ້ລາຍງານວ່າ ສະຫະລັດອາເມຣິກາ ຈະສົ່ງອາກາດສະຍານຂຶ້ນບິນ ເພື່ອສົມມຸດວ່າ ເປັນຂີປະນາວຸດທີ່ຖືກຍິງມາ ຈາກນັ້ນກອງທັບທັງ 3 ປະເທດ ຈະເຝິກຕິດຕາມຂີປະນາວຸດຈຳລອງ ຈາກກຳປັ່ນທີ່ຕິດຕັ້ງຂີປະນາວຸດ Aegis, ແຕ່ຈະບໍ່ມີການເຝິກຍິງເພື່ອສະກັດກັ້ນ ແຕ່ຢ່າງໃດ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...