ອີໂບລາກັບມາອີກ! ກີເນພົບຜູ້ເສຍຊີວິດ ຈາກໄວຣັສອີໂບລາລາຍໃໝ່ອີກ 4 ຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ມີນາຜ່ານມານີ້ວ່າ ໂຄສົກສູນປະສານງານປ້ອງກັນໄວຣັສອີໂບລາ ຂອງປະເທດກີເນ ໄດ້ເປີດເຜີຍວ່າ ມີຜູ້ຕິດເຊື້ອໄວຣັສອີໂບລາ ເສຍຊີວິດລາຍໃໝ່ໃນປະເທດອີກ 4 ຄົນ ເຮັດໃຫ້ເຈົ້າໜ້າທີ່ສາທາລະນະສຸກ ໄດ້ເພີ່ມມາດຕະການເຝົ້າລະວັງ ບັນດາຄອບຄົວຜູ້ເສຍຊີວິດ ຈາກການຕິດເຊື້ອໄວຣັສດັ່ງກ່າວຢ່າງເຂັ້ມງວດ ເພື່ອໃຫ້ແນ່ໃຈວ່າ ພວກກ່ຽວຈະຕິດເຊື້ອໄວຣັສດັ່ງກ່າວ ຫລື ບໍ່.

ທັງນີ້ ການເສຍຊີວິດຂອງຜູ້ເຄາະຮ້າຍ 4 ຄົນໃນປະເທດກີເນ ເກີດຂຶ້ນຫລັງຈາກທີ່ເຊື້ອພະຍາດດັ່ງກ່າວ ໄດ້ເປັນສາເຫດຂອງການເສຍຊີວິດ ກວ່າ 11,300 ຄົນ ນັບຕັ້ງແຕ່ເກີດການລະບາດຮຸນແຮງ ຕັ້ງແຕ່ປີ 2013 ຜ່ານມາ ຊຶ່ງອົງການອະນາໄມໂລກ (WHO) ໄດ້ເຕືອນມາຕະຫລອດວ່າ ເຖິງແມ່ນການລະບາດຂອງໄວຣັສອີໂບລາ ຈະຢຸດຕິລົງແລ້ວ ແຕ່ກໍອາດເກີດການລະບາດຄັ້ງໃໝ່ໄດ້ທຸກເວລາ.