spot_img
Homeຂ່າວຕ່າງປະເທດລັດຖະບານໃໝ່ມຽນມາ ຈະຍຸບ 15 ກະຊວງລົງ ຈາກ 36 ໃຫ້ເຫລືອພຽງ 21 ກະຊວງ!

ລັດຖະບານໃໝ່ມຽນມາ ຈະຍຸບ 15 ກະຊວງລົງ ຈາກ 36 ໃຫ້ເຫລືອພຽງ 21 ກະຊວງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ມີນາຜ່ານມານີ້ວ່າ ທ່ານ ຖິ່ນຈໍ (Htin Kyaw) ວ່າທີ່ປະທານາທິບໍດີມຽນມາຄົນໃໝ່ ຊຶ່ງຈະເຂົ້າຮັບຕຳແໜ່ງຢ່າງເປັນທາງການ ໃນວັນທີ 1 ເມສານີ້ ໄດ້ກ່າວປາໄສຢູ່ກອງປະຊຸມລັດຖະສະພາມຽນມາວ່າ ລັດຖະບານມຽນມາຊຸດໃໝ່ ຈະຍຸບກົງຈັກການຈັດຕັ້ງ ກະຊວງຕ່າງໆລົງ 15 ກະຊວງ ຈາກທີ່ມີທັງໝົດ 36 ກະຊວງ ໃຫເຫລືອພຽງ 21 ກະຊວງ ເນື່ອງຈາກປັດຈຸບັນ ໜ່ວຍງານຂອງລັດຖະບານ ກະແຈກກະຈາຍ ແລະ ເຮັດວຽກຊ້ຳຊ້ອນກັນ ຊຶ່ງການຫລຸດຈຳນວນກະຊວງລົງ ຈະເຮັດໃຫ້ລັດປະຢັດເງິນເດືອນລັດຖະມົນຕີໄດ້ເຖິງ 4 ລ້ານໂດລາ ຕະຫລອດສະໄໝ 5 ປີຂ້າງໜ້ານີ້.

ແນວໃດກໍຕາມ ລັດຖະບານມຽນມາ ຈະບໍ່ມີນະໂນບາຍຫລຸດຈຳນວນພະນັກງານ-ລັດຖະກອນລົງ ພ້ອມທັງລະບຸວ່າ ທຸກຄົນບໍ່ຕ້ອງເປັນຫ່ວງກ່ຽວກັບການວ່າງງານ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...