spot_img
Homeຂ່າວຕ່າງປະເທດອີຣ່ານ ຈຳຄຸກຍິງສາວ ເປັນເວລາ 1 ປີ ຂໍ້ຫາພະຍາຍາມເຂົ້າເບິ່ງ ການແຂ່ງຂັນບານສົ່ງຊາຍ!

ອີຣ່ານ ຈຳຄຸກຍິງສາວ ເປັນເວລາ 1 ປີ ຂໍ້ຫາພະຍາຍາມເຂົ້າເບິ່ງ ການແຂ່ງຂັນບານສົ່ງຊາຍ!

Published on

EyWwB5WU57MYnKOuFIyZTSRdcjVfPslbBzqtBvbiLkKY6TC61LjbV8.jpg

 

ອີຣ່ານຕັດສິນຈຳຄຸກຍິງສາວ ເປັນເວລາ 1 ປີ ໃນຂໍ້ຫາພະຍາຍາມເຂົ້າຊົມການແຂ່ງຂັນບານສົ່ງຊາຍ ທີ່ທາງການ

ຫ້າມ ເມື່ອເດືອນມິຖຸນາຜ່ານມາ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກຜ່ານມານີ້ວ່າ ນາງ ກອນເຊ ກາວາມີ ສາວອີຣ່ານເຊື້ອສາຍ

ອັງກິດ ອາຍຸ 25 ປີ ຖືກສານອີຣ່ານຕັດສິນຈຳຄຸກ 1 ປີ ຫລັງພະຍາຍາມຝ່າຝືນ ເຂົ້າຊົມການແຂ່ງຂັນບານສົ່ງຊາຍ

ໃນລາຍງານ ເວີຣດ໌ລີກ ນັດລະຫວ່າງ ອີຣ່ານ ກັບ ອີຕາລີ ເມື່ອເດືອນມິຖຸນາທີ່ຜ່ານມາ.

 

ຕາມແຫລ່ງຂ່າວລາຍງານວ່າ ນາງ ກາວາມີ ໄດ້ຖືກຈັບກຸມຕົວໃນຄັ້ງທຳອິດ ໃນວັນທີ 20 ມິຖຸນາທີ່ຜ່ານມາ ຫລັງ

ຈາກທີ່ນາງ ແລະ ຍິງສາວຈຳນວນໜຶ່ງ ພະຍາຍາມທີ່ຈະເຂົ້າຊົມການແຂ່ງຂັນບານສົ່ງຊາຍ ຢູ່ສະໜາມກິລາຂອງ

ນະຄອນຫລວງເຕຫະຣານ ເຊິ່ງລ່າສຸດທາງສານປະຕິວັດເຕຫະຣານ ໄດ້ຕັດສິນຈຳຄຸກນາງເປັນເວລາ 1 ປີ ໃນຂໍ້

ຫາເຜີຍແຜ່ໂຄສະນາ ແລະ ຊວນເຊື່ອຕໍ່ຕ້ານລະບອບການປົກຄອງ.

 

ໃນປະເທດອີຣ່ານ ໄດ້ມີການຕັ້ງກົດຫ້າມບໍ່ໃຫ້ຜູ້ຍິງເຂົ້າຊົມການແຂ່ງຂັນບານສົ່ງ ມາຕັ້ງແຕ່ປີ 2012 ແລະ ຮອດ

ປັດຈຸບັນກົດດັ່ງກ່າວ ກໍໄດ້ຖືກນຳໄປໃຊ້ໃນກິລາບານເຕະເປັນທີ່ຮຽບຮ້ອຍ ເຊິ່ງທາງເຈົ້າໜ້າທີ່ຂອງອີຣ່ານໄດ້ອ້າງ

ວ່າ ກົດຂໍ້ດັ່ງກ່າວຖືກຕັ້ງຂຶ້ນມາ ເພື່ອປ້ອງກັນບໍ່ໃຫ້ຜູ້ຍິງຖືກແຟນຄລັບບານສົ່ງຊາຍ ທຳຮ້າຍຮ່າງກາຍ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...