spot_img
Homeນານາສາລະອາຫານທີ່ບໍ່ຄວນກິນເວລາທ້ອງວ່າງ

ອາຫານທີ່ບໍ່ຄວນກິນເວລາທ້ອງວ່າງ

Published on

ໃນຂະນະເວລາທີ່ທ້ອງວ່າງ ຫຼາຍຄົນມັກກິນອາຫານອື່ນໆແທນເພື່ອບັນເທົາຄວາມຫິວ ແຕ່ມີຫຼາຍຄົນບໍ່ທັນຮູ້ວ່າ ການກິນອາຫານບາງຊະນິດອາດໄປທຳລາຍກະເພາະອາຫານເຮົາ, ເຮັດໃຫ້ການສຽດສີກະເພາະ, ເຮັດໃຫ້ທ້ອງອືດເປັນຕົ້ນ. ມື້ນີ້ ເຮົາຈະມາບອກກ່ຽວກັບອາຫານທີ່ບໍ່ຄວນກິນຂະນະທີ່ທ້ອງວ່າງ

  1. ນົມ ແລະຖົ່ວເຫຼືອງ: ຫຼາຍຄົນທີ່ທ້ອງວ່າງ ຫຼືຢາກກິນເຂົ້າ ມັກກິນອາຫານປະເພດນົມແທນ ແຕ່ຮູ້ບໍວ່າ ການກິນນົມຈະເຮັດໃຫ້ທ້ອງອືດ
  2. ນໍ້າຕານ ຫຼືຂອງຫວານ: ການກິນເຄື່ອງດື່ມ ຫຼືອາຫານທີ່ຫວານເຊັ່ນ: ນໍ້າອັດລົມ, ຊ໊ອກໂກແລັດ, ນໍ້າຫວານ ຈະເຮັດໃຫ້ໂປຣ ລວມກັບນໍ້າຕານ ສົ່ງຜົນຕໍ່ການ ດູດຊຶມໂປຣຕີນທຸກຊະນິດ ເຮັດໃຫ້ການໜຸນວຽນເລືອດ ແລະໝາກໄຂ່ຫຼັງຜິດປົກກະຕິ
  3. ຜັກ: ບາງຄົນອາດຄິດວ່າ ການກິນຜັກຫຼາຍໆ ແທນເຂົ້າ ໂດຍສະເພາະຄົນທີ່ຕ້ອງການຫຼຸດຄວາມອ້ວນ ເຊິ່ງເປັນຄວາມຄິດທີ່ຜິດ ແລະບໍ່ຄວນເຮັດ ເພາະຈະເຮັດໃຫ້ໄດ້ຮັບສານອາຫານບໍ່ຄົບຖ້ວນ ແລະເຮັດໃຫ້ທ້ອງອືດ
  4. ໝາກກ້ວຍ: ຫຼາຍຄົນຄິດວ່າ ການກິນໝາກກ້ວຍ ຈະເຮັດໃຫ້ລະບົບການຂັບຖ່າຍດີຂຶ້ນ ແຕ່ການກິນກ້ວຍໃນເວລາທ້ອງວ່າງເຮັດໃຫ້ທ້ອງອືດ, ເປັນການຢັບຢັ້ງການເຮັດວຽກຂອງຫຼອດເລືອດຫົວໃຈ ທີ່ເປັນອັນຕະລາຍຕໍ່ສຸຂະພາບທີ່ສຸດ
  5. ກິນຊາ: ການກິນຊາໃນເວລາທ້ອງວ່າງຈະເຮັດໃຫ້ກຣົດເກືອຂອງນໍ້າຍ່ອຍ ໃນກະເພາະອາຫານຈືດຈາງ, ມີອາການໃຈສັ່ນ, ເຈັບຫົວ, ເມື່ອຍຕາມຕີນມື
  6. ເຫຼົ້າ, ກະທຽມ: ເປັນສິ່ງທີ່ບໍ່ຄວນກິນທີ່ສຸດ ເພາະທັງສອງຢ່າງນີ້ ຈະມີສ່ວນເພີ່ມກະຕຸ້ນເຍື່ອໃນກະເພາະອາຫານ ເຮັດໃຫ້ເປັນພະຍາດໃນກະເພາະອາຫານອັກເສບ ແລະເປັນບາດແຜໃນກະເພາະອາຫານໄດ້

ນອກຈາກນີ້ແລ້ວ ຍັງມີບໍ່ຄວນອາບນໍ້າ ແລະອອກກໍາລັງກາຍ ເພາະອາດເຮັດໃຫ້ເກີດອາການຊ໊ອກໄດ້ງ່າຍ, ເນື່ອງຈາກວ່າ ນໍ້າຕານໃນເລືອດຕໍ່າ ແລະໃນເວລາຕື່ນເຊົ້າມາເຮົາຄວນດື່ມນໍ້າອຸ່ນ ເພື່ອໃຫ້ຮ່າງກາຍໄດ້ປັບຄວາມສົມດູນໃນຮ່າງກາຍ ແລະຍັງເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...