spot_img
Homeຂ່າວຕ່າງປະເທດອາວຸດນິວເຄຣຍກໍ່ສະກັດກັ້ນບໍ່ຢູ່! ດາວເຄາະນ້ອຍກຽມຕຳໂລກໃນອີກ 6 ເດືອນຕໍ່ໜ້າ

ອາວຸດນິວເຄຣຍກໍ່ສະກັດກັ້ນບໍ່ຢູ່! ດາວເຄາະນ້ອຍກຽມຕຳໂລກໃນອີກ 6 ເດືອນຕໍ່ໜ້າ

Published on

ເດລີເມລລາຍງານວ່າ ນັກວິທະຍາສາດອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດອາເມລິກາ (ນາຊ່າ) ໄດ້ຂໍ້ສະຫຼຸບຈາກການທົດລອງເຫດການເພື່ອຫາວິທີປົົກປ້ອງໂລກ ຈາກການຖືກດາວເຄາະນ້ອຍຂະໜາດໃຫຍ່ເຄື່ອນຕົວມາຕຳໂລກວ່າ ເຖິງຈະໃຊ້ລະເບີດນິວເຄຣຍກໍ່ບໍ່ສາມາດຢຸດດາວເຄາະນ້ອຍທີ່ອາດຈະເຄື່ອນຕົວມາປະທະກັບໂລກໄດ້.

ການຈຳລອງເຫດການເລີ່ມຈາກນັກວິທະຍາສາດອົງການນາຊ່າແຈ້ງວ່າ ພວກເຮົາຈະມີເວລາພຽງ 6 ເດືອນ ໃນການຫາທາງສະກັດກັ້ນບໍ່ໃຫ້ດາວເຄາະນ້ອຍຂະໜາດໃຫຍ່ເຄື່ອນທີ່ມາຕໍາໂລກ ຫຼັງຈາກໄດ້ສຳຫຼວດພົບດາວເຄາະນ້ອຍກຳລັງຢູ່ໃນໄລຍະຫ່າງຈາກໂລກ 35 ລ້ານໄມ.

ຈາກການສຶກສາເພື່ອຫາທາງສະກັດດາວເຄາະນ້ອຍ ໂດຍໃຊ້ເວລາ 4 ມື້ ໃນລະຫວ່າງວັນນີ 26 – 29 ເມສາ ແລະ ນັກດາລາສາດໄດ້ໃຊ້ລະບົບເລດາ ຂໍ້ມູນພາບ ແລະ ເທັກໂນໂລຢີຫຼາຍຢ່າງ ລວມທັງກ້ອງໂທລະທັດຂະໜາດໃຫຍ່ ຈົນໄດ້ຂໍ້ສະຫຼຸບວ່າໄລຍະເວລາ 6 ເດືອນບໍ່ພຽງພໍທີ່ຈະກຽມຕົວສຳລັບການສົ່ງຍານອາວະກາດຂຶ້​ນໄປຕຳດວງດາວເຄາະນ້ອຍ ລວມເຖິງການໃຊ້ລະເບີດນິວເຄຣຍ.

ການຈຳລອງຂອງອົງການ NASA ຄັ້ງທີ 1, ວັນທີ 19 ເມສາ, ພົບວ່າມີໂອກາດທີ່ດາວເຄາະນ້ອຍຈະເຄື່ອນຕົວມາຕຳໂລກພຽງ 5% ໃນວັນທີ 20 ຕຸລາ 2021. ສ່ວນການຈຳລອງຄັ້ງທີ 2 ໃນວັນທີ 2 ພຶດສະພາ ທີ່່ຜ່ານມາພົບວ່າມີຄວາມເປັນໄປໄດ້ທີ່ດາວເຄາະນ້ອຍຈະເຄື່ອນຕຳໂລກ 100% ໃນບໍລິເວນທະວີບເອີຣົບ ຫຼື ທາງຕອນເໜືອຂອງທະວີບແອຟຣິກາ.

ການຈຳລອງຄັ້ງທີ 3 ຄືວັນທີ 30 ມິຖຸນາ ເຊິ່ງນັກວິທະຍາສາດທົ່ວໂລກໃຊ້ກ່້ອງໂທລະທັດຂະໜາດໃຫຍ່ເຝົ້າຕິຕຕາມທຸກຄືນ ພ້ອມທັງປັບແຕ່ງວົງໂຄວຈອນໃຫ້ແຄບລົງ ພົບວ່າມີຄວາມເປັນໄປໄດ້ທີ່ດາວເຄາະນ້ອຍຈະເຄື່ອນທີ່ຕຳໂລກພິກັດໃນຄັ້ງທີ່ປະເທດເຢຍລະມັນ, ສາທາລະນະລັດເຊັກ,​ ອອສເຕເລຍ, ສະໂລເວເນຍ ແລະ ໂຄຣເອເຊຍ.

ສ່ວນການຈຳລອງເຫດການຄັ້ງທີ 4 ຄືໃນວັນທີ 14 ຕຸລາ. ເຊິ່ງເຫຼືອພຽງແຕ່ 6 ວັນ ດາວເຄາະນ້ອຍຈະເຄື່ອນີ່ຕຳໂລກ ແລະ ໃນຂະນະນີ້ດາວເຄາະນ້ອຍຢູ່ຫ່າງຈາກໂລກປະມານ 3.9 ລ້ານໄມ ພົບວ່າດາວເຄາະນ້ອຍມີຂະໜາດນ້ອຍກວ່າທີ່ຄາດການໄວ້ລ່ວງໜ້າ ຈຶ່ງຫຼຸດຂະໜາດພື້ນທີ່ທີ່ມີໂອກາດທີ່ຈະຖືກດາວເຄາະນ້ອຍຕຳໃຫ້ແຄບລົງເຫຼືອພຽງບໍລິເວນຊາຍແດນປະເທດເຢຍລະມັນ, ສາທາລະນະລັດເຊັກ ແລະ ອອສເຕຣເລຍ. ພ້ອມທັງກຳນົດໃຫ້ມີຄວາມເປັນໄປໄດ້ວ່າດາວເຄາະນ້ອຍດວງນີ້ຈະເຄື່ອນທີ່ຕຳໂລກໃນພາກພື້ນນີ້ເຖິງ 99%.

ເຖິງຢ່າງໃດກໍ່ຕາມ, ນັກວິທະຍາສາດໃນທີມສະເໜີໃຫ້ນຳໃຊ້ອາວຸດນິວເຄຼຍເພື່ອສະກັດກັ້ນດາວເຄາະນ້ອຍທີ່ຈະເຄື່ອນຕົວມາຕຳໂລກ ແຕ່ຈາກການຈຳລອງນີ້, ພົບວ່າມີອຸປະສັກຫຼາຍຢ່າງ ແລະ ຖ້າຫາກໃຊ້ອາວຸດນິວເຄຼຍໂຈມຕີດາວເຄາະນ້ອຍທີ່ມີຂະໜາດ 114 ຟຸດເຖິງ 800 ແມັດ ກໍ່ຈະຖືກທຳລາຍດາວເຄາະນ້ອຍໄດ້ໜ້ອຍໜຶ່ງ. ນອກຈາກນີ້, ຍັງບໍ່ທັນຈະແຈ້ງວ່າລະເບີດນິວເຄຼຍຈະສາມາດສະກັດກັ້ນດາວເຄາະນ້ອຍໜ່ວຍນີ້ໄດ້ແນວໃດ.

 

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...