spot_img
Homeຂ່າວຕ່າງປະເທດອອງຊານ ຊູຈີ ກຽມຂຶ້ນສານເພື່ອຟັງຄໍາຕັດສິນການພິຈາລະນາຄະດີ

ອອງຊານ ຊູຈີ ກຽມຂຶ້ນສານເພື່ອຟັງຄໍາຕັດສິນການພິຈາລະນາຄະດີ

Published on

ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ່ານ ອອງຊານ ຊູຈີ ອາດີດຜູ້ນໍາມຽນມາອາດຈະໄດ້ຟັງຄໍາຕັດສິນໃນຄະດີຍຸຍົງເຮັດໃຫ້ເກີດຄວາມປັ່ນປ່ວນ ໃນວັນທີ 30 ພະຈິກ 2021  ແລະ ຖືເປັນຄໍາພິພາກສາຄັ້ງທໍາອິດຈາກຄະດີຄວາມຈໍານວນຫຼາຍທີ່ຖືກຕັດສິນໂດຍລັດຖະບານທະຫານ  ທີ່ອາດເຮັດໃຫ້ ທ່ານ ອອງຊານ ຊູຈີ ຕິດຄຸກເປັນເວລາຫຼາຍສິບປີ.

ນັກວິເຄາະໄດ້ກ່າວວ່າເຖິງຢ່າງໃດກໍຕາມຍັງບໍ່ມີໃຜຮູ້ວ່າລັດຖະບານທະຫານມີແຜນການກັບທ່ານ ອອງຊານ ຊູຈີ ຫຼື ບໍ່ ແລະ ທາງການອາດຈະເລື່ອນການຟັງຄໍາຕັດສິນອອກໄປ. ທັງນີ້ນັກຂ່າວຖືກຫ້າມບໍ່ໃຫ້ເຂົ້າຮ່ວມສັງເກດການໃນການພິຈາລະນາຄະດີ ແລະ ທະນາຍຄວາມຂອງທ່ານ ອອງຊານ ຊູຈີ ຍັງຖືກຫ້າມໃຫ້ໂອ້ລົມ ຫຼື ໃຫ້ສໍາພາດກັບສື່ມວນຊົນອີກດ້ວຍ.

ລັດຖະບານທະຫານຍັງຄົງມີການຟ້ອງຮ້ອງທ່ານ ອອງຊານ ຊູຈີ ເພີ່ມຂຶ້ນເລື້ອຍໆ ລວມເຖິງການລະເມີດກົດໝາຍຄວາມລັບທາງລັດຖະການເຊັ່ນ: ການສໍ້ລາດບັງຫຼວງ ແລະ ການທຸຈະລິດການເລືອກຕັ້ງ. ໃນຕອນນີ້ ທ່ານ ອອງຊານ ຊູຈີ ໄດ້ປາກົດໂຕທີ່ຫ້ອງພິຈາລະນາຄະດີເກືອບທຸກມື້ ແລະ ການຕິດຕໍ່ກັບໂລກພາຍນອກຂອງທ່ານ ອອງຊານ ຊູຈີ ຖືກຈໍາກັດໃຫ້ໜ້ອຍລົງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...