spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຫົວຜັກບົ່ວແດງ ມີປະໂຫຍດຫຼາຍຕໍ່ສຸຂະພາບ ໂດຍສະເພາະການປິ່ນປົວພະຍາດຫົວໃຈ

ຫົວຜັກບົ່ວແດງ ມີປະໂຫຍດຫຼາຍຕໍ່ສຸຂະພາບ ໂດຍສະເພາະການປິ່ນປົວພະຍາດຫົວໃຈ

Published on

ຫົວຜັກຫອມແດງ ມີປະໂຫຍດຢ່າງຍິ່ງຕໍ່ສຸຂະພາບໂດຍລວມ ໂດຍສະເພາະຢ່າງຍິ່ງການປິ່ນປົວພະຍາດຫົວໃຈ ຢ່າງລະບົບຫົວໃຈ ແລະຫຼອດເລືອດທັງໝົດ.

ຜັກຊະນິດນີ້ຊ່ວຍປ້ອງກັນອາການຫົວໃຈວາຍ ມັນສາມາດຫຼຸດປະລິມານຂອງຄອນເລດເຕີຣອຍ ແລະໄຕຣລີເຊີໄຣ ອີກທັງຍັງຊ່ວຍເສີມສ້າງເຍືື່ອຫຸ້ມເຊວຂອງເຊວເມັດເລືອດແດງອີກດ້ວຍ.

ນອກຈາກນີ້ ຫົວຜັກບົ່ວແດງສາມາດເພີ່ມຄວາມໜາແໜ້ນຂອງກະດູກ ດັ່ງນັ້ນ ຈຶ່ງເປັນປະໂຫຍດຫຼາຍຕໍ່ຜູ້ຍິງທີສູນເສຍຄວາມໜາແໜ້ນຂອງກະດູກ ເນື່ອງຈາກໄວໝົດປະຈໍາເດືອນ.

ແລະໄດ້ຮັບການຢືນຢັນແລ້ວວ່າຫົວຜັກບົ່ວແດງ ສາມາດຕ້ານການອັກເສບໄດ້ ໂມເລກຸນຂອງແຮ່ກໍາມະພັນເພີ່ມປະສິດທິພາບການທໍາງານຂອງເຊວເມັດເລືອດຂາວ ພິເສດທີ່ມີບົດບາດສໍາຄັນໃນລະບົບພູມຄຸ້ມກັນ ຜັກປະເພດນີ້ມີສານຕ້ານອະນຸມຸນອິດສະລະ ທີ່ປ້ອງກັນການເກີດອອກຊິເດຊັນຂອງກົດໄຂມັນໃນຮ່າງກາຍ ແລະຮັກສາຄວບຄຸມລະດັບຂອງການອັກເສບ.

ຫົວຜັກບົ່ວແດງ ຫຼຸດຄວາມສ່ຽງຂອງການເກີດມະເຮັງຫຼາຍປະເພດ ແມ້ຈະບໍລິໂພກມັນໃນປະລິມານໜ້ອຍ ມັນຍັງສາມາດຫຼຸດຄວາມສ່ຽງຂອງມະເຮັງຮັງໄຂ່ ແລະມະເຮັງລໍາໄສ້ໃຫຍ່ໄດ້ເຊັ່ນກັນ.

ປະໂຫຍດອື່ນໆຕໍ່ສຸຂະພາບ: ຫົວຜັກແດງຄວບຄຸມລະດັບນໍ້າຕານໃນເລືອດ, ມີວິຕາມິນເອ, ອີ ແລະຊີ ເຊິ່ງເປັນສານຕ້ານອະນຸມຸນອິດສະລະທີ່ດີ ແລະປ້ອງກັນການຕິດເຊື້ອແບກທີເຣຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...