spot_img
Homeຂ່າວຕ່າງປະເທດສົງຄາມຊີຣີຍັງເດືອດ! ກຸ່ມຕິດອາວຸດ ບຸກຍຶດຖານທັບອາກາດແຫ່ງສຸດທ້າຍ ຢູ່ແຂວງອິດລິບໄດ້ແລ້ວ!

ສົງຄາມຊີຣີຍັງເດືອດ! ກຸ່ມຕິດອາວຸດ ບຸກຍຶດຖານທັບອາກາດແຫ່ງສຸດທ້າຍ ຢູ່ແຂວງອິດລິບໄດ້ແລ້ວ!

Published on

EyWwB5WU57MYnKOuXq9I3zH5LPPMC5trdk6MwrayrnLBEoU08Fm5XD

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກັນຍາຜ່ານມານີ້ວ່າ ກຸ່ມຕິດອາວຸດອິດສະລາມຫລາຍກຸ່ມໄດ້ຮ່ວມມືກັນເປັນພັນທະມິດ ແລ້ວສ້າງຕັ້ງເປັນ ກອງທັບແຫ່ງໄຊຊະນະ (Army of Conquest) ໄດ້ບຸກເຂົ້າໂຈມຕີ ແລະ ຍຶດເອົາຖານທັບອາກາດ ອາບູ ອັນ ອູຮູ ຊຶ່ງເປັນຖານທັບອາກາດແຫ່ງສຸດທ້າຍໃນແຂວງອິດລິບ ທີ່ລັດຖະບານຊີຣີຄວບຄຸມຢູ່ ໂດຍເລີ່ມຕັ້ງແຕ່ເດືອນມີນາເປັນຕົ້ນມາ ກຸ່ມຕິດອາວຸດດັ່ງກ່າວ ແມ່ນສາມາດຍຶດຄອງຫລາຍເມືອງໃນແຂວງອິດລິບໄດ້ແລ້ວ.

ການສູນເສຍຖານທັບອາກາດ ອາບູ ອັນ ອູຮູ ໃນຄັ້ງນີ້ ແມ່ນເປັນຂີດໝາຍໃຫ້ເຫັນເຖິງຄວາມເຂັ້ມແຂງຂອງກຸ່ມຕິດອາວຸດ ທີ່ສາມາດຄວບຄຸມພື້ນທີ່ເກືອບທັງໝົດຂອງແຂວງອິດລິບ ແລະ ສະແດງໃຫ້ເຫັນເຖິງສະພາບການຂອງສົງຄາມພາຍໃນ ທີ່ນັບມື້ນັບແຜ່ລາມອອກສູ່ວົງກວ້າງຫລາຍຂຶ້ນ ຊຶ່ງລັດຖະບານຊີຣີເອງຍັງບໍ່ທັນສາມາດຮັກສາດິນແດນຂອງຕົນເອງໃນຫລາຍພື້ນທີ່ ຈາກການບຸກໂຈມຕີ ແລະ ຍຶດຄອງຂອງກຸ່ມຕິດອາວຸດ, ສົ່ງຜົນເຮັດໃຫ້ປະຊາຊົນຊາວຊີຣີຫລາຍໝື່ນຄົນ ພາກັນອົບພະຍົບໜີຕາຍໄປສູ່ທະວີບເອີຣົບ ໃນປັດຈຸບັນ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...