spot_img
Homeຂ່າວຕ່າງປະເທດສົງຄາມກາງເມືອງຊີຣີພາກຊີວິດກວ່າ 511.000ຄົນ

ສົງຄາມກາງເມືອງຊີຣີພາກຊີວິດກວ່າ 511.000ຄົນ

Published on

ສຳນັກຂ່າວຣອຍເຕີ ແລະAFPລາຍງານ ຈາກເມືອງເບຣຸດ, ປະເທດລີບັງ ໃນວັນທີ 12 ມີນາ ວ່າສົງຄາມກາງເມືອງຊີຣີໃກ້ຈະດຳເນີນມາຄົບ 7ປິ ໃນວັນທີ 15 ມີນານີ້, ສູນສັງເກດການສິດທິມະນຸດຊົນຊິຣີ (HOHR) ແຫ່ງອັງກິດ ເປີດເຜີຍຕໍ່ສາທາລະນະຊົນວ່າມີຜູ້ເສຍຊີວິດໃນສົງຄາມກາງເມືອງຊີຣີປະມານ 511.000ຄົນ ໂດຍໃນຈຳນວນນີ້ສາມາດລະບຸຕົວຕົນໄດ້ແລ້ວ 353.395 ສົບ ສ່ວນທີ່ເຫລືອແມ່ນຍັງບໍ່ຮູ້ແນ່ຊັດ. ປະມານ 85% ຂອງຜູ້ທີ່ເສຍຊີວິດແມ່ນພົນລະເຮືອນ ຈາກນໍ້າມືຂອງທະຫານກອງທັບຊີຣີ ແລະພັນທະມິດ ລວມໄປເຖີງປະເທດລັດເຊຍທີ່ເຂົ້າຮ່ວມເມື່ອປີ 2015 ຂອງປະຕິບັດການໂຈມຕີທາງອາກາດເຮືອບິນຮົບລັດເຊຍແມ່ນສ້າງຄວາມສູນເສຍຢ່າງມະຫາສານ,ນອກຈາກນີ້ຍັງມີ ປະເທດອີຣານ ແລະກູ່ມຮິສບອລເລາະ ຈາກລີບັງ.

ຄວາມຂັດແຍ່ງໃນຊີຣີເລີ່ມກໍ່ຂື້ນຈາກການປະທ້ວງລັດຖະບານໃນວັນທີ 15 ມີນາ 2011 ກ່ອນຈະລຸກລາມບານປາຍກາຍເປັນສົງຄາມກາງເມືອງເຕັມຮູບແບບ ແລະລາກດືງມະຫາອຳນາດທັງໃນພຸມີພາກ ແລະລະດັບໂລກເຂົ້າຮ່ວມວົງ ປະຊາຊົນຫລາຍລ້ານຄົນຕ້ອງອົບພະຍົບລົບຫນີໄພ.

 

ແຫລ່ງຂ່າວຕ່າງປະເທດ TDN

ວີດີໂອປະກອບຈາກ VOX

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...