spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສູບຢາງລົດບໍ່ລະວັງ ເກີດເຫດຢາງລະເບີດ ບາດເຈັບສາຫັດ 2 ຄົນ

ສູບຢາງລົດບໍ່ລະວັງ ເກີດເຫດຢາງລະເບີດ ບາດເຈັບສາຫັດ 2 ຄົນ

Published on

5f3d71866342c17cc27e1c811b1312e0
(ພາບປະກອບຂ່າວ)

 

ຕາມການໃຫ້ຮູ້ຂອງ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບກຸ່ມບ້ານນາຊາຍທອງ ເມືອງນາຊາຍທອງ

ແກ່ນັກຂ່າວຂອງລາວໂພສທ໌ ໃນວັນພະຫັດ 17 ກໍລະກົດນີ້ວ່າ: ໃນເວລາ 12 ໂມງຂອງວັນທີ 11 ກໍລະ

ກົດ 2014 ທີ່ຜ່ານມາ ໄດ້ເກີດເຫດຢາງລົດໄຖນາເດີນຕາມແຕກ ຢູ່ບ້ານນາຄູນ ເມືອງນາຊາຍທອງ

ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສາຫັດ 2 ຄົນຄື:  ທ້າວ ວັນ ອາຍຸ 33 ປີ ອາຊີບກຳ

ມະກອນ ແລະ ທ້າວ ເພັງ ອາຍຸ 24 ປີ ອາຊີບກຳມະກອນ ໂດຍທັງສອງຢູ່ບ້ານນາຄູນ ເມືອງນາຊາຍ

ທອງ ນະຄອນຫຼວງວຽງຈັນ.

 

ທ່ານ ພັຕ. ຄຳສົນ ລາດຊະວົງ ຮອງຫົວໜ້າ ປ.ກ.ສ ກຸ່ມບ້ານນາຊາຍທອງ ໄດ້ໃຫ້ສຳພາດກັບນັກ

ຂ່າວພວກເຮົາວ່າ ” ທັງສອງຄົນ ແມ່ນກຳລັງສູບລົມເຂົ້າຢາງເບື້ອງໜ້າຂອງລົດໄຖນາ ໂດຍຜູ້ໜຶ່ງ

ຈັບຫົວສູບລົມ ແລະ ອີກຜູ້ໜຶ່ງໃຊ້ໄມ້ເຄາະຢາງລົດດັ່ງກ່າວ ເພື່ອຕິດຕາມປະລິມານລົມຢູ່ໃນຢາງລົດ

ໄປພ້ອມ ແລະ ຕໍ່ມາກໍເກີດເຫດຢາງລະເບີດຂຶ້ນ ເຮັດໃຫ້ນ໋ອດຕະເກ້ທີ່ຈັບຢາງລົດ ປິວມາຕຳກະທົບ

ໃສ່ພວກກ່ຽວ ເປັນເຫດເຮັດໃຫ້ ທ້າວ ເພັງ ຂາຫັກ ແລະ ທ້າວ ວັນ ຄາງກະໄຕຫັກ ບາດເຈັບສາຫັດ

ເຊິ່ງປະຈຸບັນຍັງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ”

 

ທ່ານ ພັຕ. ຄຳສົນ ຍັງໄດ້ລະບຸອີກວ່າ ເຫດການດັ່ງກ່າວ ເກີດຂຶ້ນຈາກຄວາມປະໝາດຂອງຄົນເຮົາ

ເຊິ່ງເປັນອຸທາຫອນເຕືອນໃຈໃຫ້ແກ່ຜູ້ອື່ນໆ ເຖິງອັນຕະລາຍທີ່ອາດຈະເກີດຂຶ້ນ ຈາກການສູບຢາງ

ລົດດ້ວຍຕົນເອງ ເຊິ່ງບໍ່ມີຄວາມຊຳນິຊຳນານສະເພາະດ້ານ ຈິ່ງຂໍໃຫ້ທຸກຄົນຈົ່ງລະມັດລະວັງຕື່ມ

ແລະ ດີທີ່ສຸດກໍຄວນເຂົ້າຮ້ານຈອດຢາງ ທີ່ມີນາຍຊ່າງວິຊາສະເພາະສູບໃຫ້ ຈະປອດໄພກ່ວາ.

 

 

 

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...