spot_img
Home​ຂ່າວບັນເທິງສາວປະເພດສອງຂອງລາວເຂົ້າຮ່ວມປະກວດເວທີ Miss International Queen 2019 ທີ່ປະເທດໄທ

ສາວປະເພດສອງຂອງລາວເຂົ້າຮ່ວມປະກວດເວທີ Miss International Queen 2019 ທີ່ປະເທດໄທ

Published on

ສາວປະເພດສອງຄົນທີ 4 ເຊື້ອສາຍລາວ ທີ່ຈະເດີນທາງໄປປະກວດເວທີນາງງາມສາວປະເພດສອງລະດັບໂລກ Miss International Queen 2019 “ທ້າວ ກັນລະຍານີ ພຸດຕິມາດ ຫຼື ປໍ້ ຕະການ” ສາວປະເພດສອງຜິວສີແທນສຸດອິນເຕີຄົນນີ້ ໄວອາຍຸ 22 ປີ, ນໍ້າໜັກ 49 ກິໂລກຣາມ, ສ່ວນສູງ 169 ຊມ, ສັດສ່ວນ 36 24 36 ແລະ ປັດຈຸບັນ ສຶກສາຢູ່ທີ່ວິທະຍາໄລ ລາວອາເມລິກ, ມີອາຊີບເປັນນາງແບບ ກິດຈະກຳຍາມວ່າງແມ່ນເປັນອາສາສະໝັກສອນໜັງສືໃຫ້ເດັກນ້ອຍທີ່ໂຮງຮຽນປະຖົມ.

https://www.facebook.com/MissInternationalQueen/videos/2245329315717015/?v=2245329315717015

Miss International Queen 2019 ປະເທດໄທເປັນເຈົ້າພາບຄືກັບທຸກໆປີ ແລະ ໃນຮອບຕັດສິນຈະຈັດຂຶ້ນໃນວັນທີ 8 ມີນາ 2019 ທີ່ Tiffany’s Show Pattaya ມີສາວປະເພດສອງຈາກ 21 ປະເທດທົ່ວໂລກເດີນທາງເຂົ້າຮ່ວມປະກວດໃນຄັ້ງນີ້.

ມາຮ່ວມລຸ້ນ! ຮ່ວມເຊຍ! ຮ່ວມສົ່ງກຳລັງໃຈໃຫ້ “ທ້າວ ກັນລະຍານີ ພຸດຕິມາດ ຫຼື ປໍ້ ຕະການ” ຕົວແທນສາວປະເພດສອງຂອງລາວໃຫ້ໄດ້ຮັບລາງວັນ ແລະ ໄດ້ເຂົ້າສູ່ຮອບເລິກໆຂອງການປະກວດ ແຕ່ຕອນນີ້ເຮົາມາສ່ອງຄວາມງາມຂອງ ປໍ້ ຕະການ ຄົນນີ້ກັນດີກວ່າວ່ານາງຈະງາມເລີດຂະໜາດໃດ ແຕ່ຂໍບອກວ່າຄວາມງາມຂອງນາງບໍ່ແພ້ຊາດໃດໃນໂລກນີ້ແນ່ນອນ.

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: Miss International Queen Pageant

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...