spot_img
Homeຂ່າວພາຍ​ໃນສະພາການຄ້າ ແລະ ອຸດສາຫະກຳເອີຣົບ (ECCIL) ເປີດໂຕປື້ມປົກຂາວເຫຼັ້ມໃໝ່

ສະພາການຄ້າ ແລະ ອຸດສາຫະກຳເອີຣົບ (ECCIL) ເປີດໂຕປື້ມປົກຂາວເຫຼັ້ມໃໝ່

Published on

ເປີດໂຕຢ່າງເປັນທາງການເມື່ອວັນທີ 29 ພຶດສະພາ 2019 ຜ່ານມາ ສຳລັບປື້ມປົກຂາວຂອງສະພາການຄ້າ ແລະ ອຸດສາຫະກຳເອີຣົບປະຈຳ ສປປ ລາວ ໂດຍການເຂົ້າຮ່ວມຂອງ ທ່ານ ຣາມອນ ບລູສເລີ ຜູ້ອຳນວຍການສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສຳລັບການເປີດໂຕປື້ມປົກຂາວໃນຄັ້ງນີ້ກໍເພື່ອສະໜອງຂໍ້ມູນ-ຂ່າວສານດ້ານການລົງທຶນ ແລະ ຍຸດທະສາດທຸລະກິດ ລວມເຖິງການລົງທຶນທີ່ຕິດພັນກັບການຮັກສາສິ່ງແວດລ້ອມ ປື້ມປົກຂາວເຫຼັ້ມປະຈຳປີ 2019 ນີ້ຖືເປັນແຫຼ່ງສະໜອງຂໍ້ມູນ-ຂ່າວສານດ້ານການລົງທຶນທຸກຮູບແບບຂອງຊາວຕ່າງປະເທດທີ່ມາລົງທຶນຢູ່ໃນ ສປປ ລາວ.

ທັງນີ້ ປື້ມປົກຂາວເຫຼັ້ມຫຼ້າສຸດນີ້ມີທັງໝົດ 6 ພາກຄື ດັດຊະນີຄວາມສະດວກໃນການດຳເນີນທຸລະກິດ ເສັ້ນທາງລົດໄຟ ວິທີແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ດັດຊະນີທຶນຂອງມະນຸດ ການຮ່າງລະບຽບກົດໝາຍ ແລະ ການຫຼຸດຜ່ອນຄວາມສ່ຽງທາງດ້ານເສດຖະ ກິດ ພ້ອມນີ້ ປື້ມປົກຂາວປະຈຳປີ 2019 ຍັງໄດ້ຮວບຮວມບົດລາຍງານຈຳນວນໜຶ່ງ ລວມທັງກົດໝາຍສຳລັບແກ້ໄຂບັນຫາດ້ານເສດຖະກິດທີ່ຖືກປັບປຸງ ແລະ ອື່ນໆ.

 

 

ຂ່າວ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...